leftcenterrightdel
ຮ່າໂນ້ຍ ແລະຝູກ໊ວກ ນອນໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວດີທີ່ສຸດໃນອາຊີປີ 2019. ພາບ: baodautu.vn.

ຕາມ CNN ແລ້ວ, ບັນຊີລາຍຊື່ໄດ້ຮັບການຄັດເລືອກຕາມບັນດາມາດຕະຖານກ່ຽວກັບຄວາມງາມທາງທໍາມະຊາດ, ວັດທະນະທໍາທີ່ເປັນມູນເຊື້ອ, ສະຖາປັດຕະຍະກຳໃນເມື່ອກ່ອນ ແລະອາຫານການກິນທີ່ເປັນເອກະລັກສະເພາະ. ຮ່າໂນ້ຍແມ່ນໃຈກາງຂອງປະຫວັດສາດ, ວັດທະນະທໍາ, ດ້ວຍແຫຼ່ງພະລັງງານທີ່ເຫຼືອລົ້ນ, ແຂກທ່ອງທ່ຽວມາທີ່ນີ້ຄັ້ງທໍາອິດກໍ່ສາມາດໄປຄົ້ນຫາຄຸ້ມຖະໜົນເກົ່າ, ເຊິ່ງແມ່ນບ່ອນທີ່ກ້ຽວໄປວຽນມາດ້ວຍສະຖາປັດຕະຍະກຳແບບເກົ່າແກ່ຂອງຝະລັ່ງ. ພິເສດ, ຮ່າໂນ້ຍ ມີວັດທະນະທໍາດ້ານອາຫານການກິນຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ມີຈຸດທີ່ເປັນເອກະລັກສະເພາະສ້າງຄວາມປະທັບໃຈໃຫ້ແຂກທ່ອງທ່ຽວ, ຄື: ເຝີ, ເຂົ້າປຸ້ນຊີ້ນປີ້ງ, ຢໍປາ... ແລະບັນດາຮ້ານເບຍແຄມທາງຍ່າງ.

ໂດຍ: ເກື່ອງດັ້ງ