ທີ່ SEA Games 31, ຮ່າໂນ້ຍ ຮັບປະກັນໜ້າທີ່ສູ້ຊົນສົ່ງນັກກິລາເຂົ້າຮ່ວມ 30%, ເພື່ອຍາດຫຼຽນມາໃຫ້ຄະນະນັກກິລາຫວຽດນາມ ໃຫ້ໄດ້ຫຼາຍກວ່າ 30%. ປະຈຸບັນ, ຮ່າໂນ້ຍ ກໍາລັງກໍ່ສ້າງ, ສ້ອມແປງ 20  ກິດຈະກຳເພື່ອຮັບໃຊ້ SEA Games 31  ແລະຊ້າສຸດແມ່ນຈະໃຫ້ສໍາເລັດກ່ອນວັນທີ 30 ສິງຫາ. ນອກຈາກນັ້ນ, ຮ່າໂນ້ຍ ຍັງໄດ້ຮັບມອບໝາຍໃຫ້ກະກຽມເນື້ອໃນຈັດຕັ້ງພິທີເປີດ, ພິທີປິດ... SEA Games 31.

leftcenterrightdel
ທ່ານ ເວືອງດີ່ງເຫວ້ ລົງຢ້ຽມຢາມຫ້ອງມູນເຊື້ອຂອງໂຮງຮຽນມັດທະຍົມກິລາ-ກາຍຍະກໍາຮ່າໂນ້ຍ. ພາບ: ຮືວເຈື໊ອງ.

ທີ່ການເຮັດວຽກ, ທ່ານ ເວືອງດີ່ງເຫວ້ ຕີລາຄາສູງບັນດາຫົວໜ່ວຍທີ່ໄດ້ມານະພະຍາຍາມຢ່າງຕັ້ງໜ້າ, ປະຕິບັດໜ້າທີ່ການຝຶກແອບ, ການແຂ່ງຂັນກິລາ-ກາຍຍະກໍາໃຫ້ໄດ້ລາງວັນສູງ, ພ້ອມທັງສຸມໃສ່ ແລະປະຕິບັດຄວາມຄືບໜ້າບັນດາວຽກງານຮັບໃຊ້ SEA Games 31. ທ່ານ ເວືອງດີ່ງເຫວ້ ສະເໜີໃຫ້ຄະນະບໍລິຫານງານພັກຄະນະກໍາມະການປະຊາຊົນນະຄອນ ຊີ້ນໍາບັນດາຫົວໜ່ວຍ, ພະແນກ, ຂະແໜງການຂອງນະຄອນ ແລະບັນດາເມືອງ, ເທດສະບານແຂວງ ຕ້ອງສືບຕໍ່ປະຕິບັດຄໍາສັ່ງເລກທີ 01-CT/TU ລົງວັນທີ 12 ພະຈິກ 2020 ຂອງຄະນະປະຈໍາຄະນະພັກນະຄອນ; ສຸມໃສ່ຊີ້ນໍາວຽກງານທີ່ກ່ຽວຂ້ອງເຖິງການຈັດຕັ້ງ SEA Games 31 ແລະ Para Games 11; ສືບຕໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ທາງດ້ານວັດທະນະທໍາ-ຈິດໃຈ, ລະບອບ, ນະໂຍບາຍໃຫ້ແກ່ນັກກິລາ, ຄູຝຶກ.

ໂດຍ: ເກື່ອງດັ້ງ