leftcenterrightdel
ຄະນະຈັດຕັ້ງມອບລາງວັນໃຫ້ບັນດາທິມ. ພາບ: ສໍານັກຂ່າວສານຫວຽດນາມ

ງານຊ່ວງເຮືອ Rowing ຊີງແຊ້ມ U19, U23 ແລະແຊ້ມອາຊີຕາເວັນອອກສ່ຽງໃຕ້ ປີ  2024 ໄດ້ອັດລົງໃນວັນທີ 30 ມິຖຸນາ ດ້ວຍລາງວັນທີໜຶ່ງທົ່ວຄະນະໄດ້ແກ່ທິມເຈົ້າພາບ ຫວຽດນາມ.

ໂດຍໄດ້ດຳເນີນພາຍໃນ 5 ວັນ, ຢູ່ນະຄອນຫາຍຟ່ອງ, ງານແຂ່ງຂັນດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງນັກກິລານັບຮ້ອຍຄົນ ທີ່ມາຈາກ 7 ປະເທດ ອາຊີຕາເວັນອອກສ່ຽງໃຕ້, ລວມມີ: ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະຫວຽດນາມ. ໝາກຜົນແມ່ນ, ທິມ Rowing  ຫວຽດນາມ ນຳໜ້າໃນ 43 ລາຍການແຂ່ງຂັນຢູ່ເກັນອາຍຸຕ່າງກັນດ້ວຍຫຼຽນຄຳ 34 ຫຼຽນ, ຫຼຽນເງິນ 23 ຫຼຽນ, ຫຼຽນທອງ 13 ຫຼຽນ. ອັນດັບທີ 2 ແມ່ນທິມຊາດອິນໂດເນເຊຍ ດ້ວຍຫຼຽນຄຳ 5 ຫຼຽນ. ທິມຊາດ ໄທ ຢູ່ອັນດັບທີ 3 ດ້ວຍຫຼຽນຄຳ 2 ຫຼຽນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ