leftcenterrightdel
ສະໜາມຫຼວງ Trocadero, ທາດ Eiffel. ພາບ: ຄະນະກຳມະການ Olympic)

ເລີ່ມຕົ້ນພິທີໄຂທີ່ແກ່ຍາວເປັນເວລາເກືອບ 4 ຊົ່ວໂມງແມ່ນການເດີນຂະບວນສະແດງກຳລັງໃນແມ່ນ້ຳ Seine ຂອງນັກກິລາ 7.000 ຄົນ ຂອງບັນດາປະເທດ ແລະເຂດແຄວ້ນເຂົ້າຮ່ວມງານມະຫາກຳກິລາ Olympic Paris 2024. ມີນັກຟ້ອນ, ນັກຮ້ອງໂດງດັງ, ນັກສິລະປິນນັບພັນຄົນ ໄດ້ສະແດງບັນດາບົດເພງ, ວາດຟ້ອນພື້ນເມືອງ ແລະ ທັນສະໄໝຂອງ ຝລັ່ງ. ນອກຈາກນັ້ນ, ພິທີໄຂຍັງສ້າງຄວາມປະທັບໃຈຢ່າງແຮງຍ້ອນເຕັກໂນໂລຢີສະແດງສິລະປະແສງສີຢູ່ສະໜາມຫຼວງ Trocadero, ທາດ Eiffel. ໃນເວລາ 23 ໂມງຕົງ ຕາມເວລາທ້ອງຖິ່ນ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ປະກາດໄຂງານມະຫາກຳກິລາ 2024 ຢ່າງເປັນທາງການ.

ຫຼັງຈາກນັ້ນແມ່ນການແຫ່ທວນໄຟ ແລະ ຕໍ່ທວນໄຟຂອງບັນດານັກກິລາຊື່ສຽງຂອງ ຝລັ່ງ ແລະ ໂລກ.

ແຫຼ່ງຄັດຈາກ: vovworld.vn