ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດຮ່ຽນເລືອງ-ເບັ໊ນຫ໋າຍ, ແຂວງກວ໋າງຈິ, ຄະນະກຳມະການປະຊາຊົນແຂວງກວ໋າງຈິ ແລະໜັງສືພິມຊາວໜຸ່ມ ໄດ້ສົມທົບກັນຈັດຕັ້ງພິທີໄຂງານບຸນຖີບລົດເພື່ອສັນຕິພາບ, ເປີດສາກໃຫ້ເຫດການງານບຸນ ເພື່ອສັນຕິພາບທີ່ຈັດຕັ້ງເປັນຄັ້ງທຳອິດດ້ວຍລະດັບຊາດ ແລະສາກົນຢູ່ແຂວງກວ໋າງຈິ.

leftcenterrightdel
ຖີບລົດຂ້າມຂົວຮ່ຽນເລືອງ, ແຂວງກວ໋າງຈິ. ພາບ: vov.vn

ຄະນະຖີບລົດຈາກຂົວຮ່ຽນເລືອງ (ເກົ່າ) ເຖິງສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ ແລະສິ້ນສຸດລົງຢູ່ສວນສາທາລະນະ Fidel, ນະຄອນດົງຮ່າ. ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ, ຄະນະໄດ້ຈູດທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ມອບຂອງຂວັນໃຫ້ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ນັກຮຽນປະສົບກັບຄວາມຫຍຸ້ງຍາກ. ສຸດທ້າຍ, ຢູ່ສວນສາທາລະນະ Fidel, ນັກກິລາ ແລະຜູ້ແທນໄດ້ລົງລາຍເຊັນ ແລະຂໍ້ຄວາມໃສ່ທຸງທີ່ເປັນສັນຍາລັກຂອງງານບຸນ.

ທ່ານ ຮວ່າງນາມ ຮອງປະທານຄະນະກຳມະການປະຊາຊົນແຂວງກວ໋າງຈິ ໃຫ້ຮູ້ວ່າ ງານບຸນຖີບລົດເພື່ອສັນຕິພາບກໍ່ແມ່ນໂອກາດເພື່ອແນະນຳປູຊະນີຍະສະຖານຈໍານວນໜຶ່ງໃນບໍລິເວນ, ໂຄສະນາພາບພົດ, ວັດທະນະທຳ, ຊາວກວ໋າງຈິ ເຖິງປະຊາຊົນພາຍໃນປະເທດ ແລະສາກົນກ່ຽວກັບຄວາມປາຖະໜາຢາກດໍາລົງຊີວິດໃນສັນຕິພາບຂອງປະຊາຊົນຫວຽດນາມ ເວົ້າລວມ ແລະປະຊາຊົນແຂວງກວ໋າງຈິ ເວົ້າສະເພາະໃນການຕໍ່ສູ້ເພື່ອສັນຕິພາບ, ເພື່ອພື້ນຖານເອກະລາດ, ເສລີພາບຂອງປະເທດຊາດ.

ໂດຍ: ເຈິ່ນຮວ່ຽນ