ການແຂ່ງຂັນແລ່ນ ແລະລານຈະເລີ່ມຕົ້ນດ້ວຍໄລຍະທາງທີ 1 ທີ່ຫຼວງພະບາງ, ນະຄອນທ່ອງທ່ຽວທີ່ມີຊື່ສຽງຂອງປະເທດລາວ ໃນວັນທີ 3 ພະຈິກ, ດຶງດູດຜູ້ເຂົ້າຮ່ວມປະມານ 5.000 ຄົນ. ຖັດຈາກນັ້ນ, ໄລຍະທາງແຂ່ງຂັນຈະດໍາເນີນໃນວັນທີ 1 ທັນວາ, ຢູ່ຮ່າໂນ້ຍ (ຫວຽດນາມ) ຄາດວ່າvຈະມີຜູ້ເຂົ້າຮ່ວມປະມານ 10.000 ຄົນ. ໄລຍະທາງແຂ່ງຂັນທີ 3, ແມ່ນ Siem Reap ຂອງກຳປູເຈຍ, ທ້ອງຖິ່ນເປັນເຈົ້າພາບຈັດງານແຂ່ງຂັນໃນວັນທີ 22 ທັນວາ, ໂດຍມີຜູ້ເຂົ້າຮ່ວມປະມານ 9.000 ຄົນ.

leftcenterrightdel
ພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງບັນດາຫົວໜ່ວຍເຂົ້າຮ່ວມຈັດຕັ້ງການແຂ່ງຂັນແລ່ນ ແລະລານ. ພາບ: qdnd.vn

ງານແຂ່ງຂັນກິລາ Viettel marathon ປີ 2024 ແບ່ງອອກເປັນ 3 ລະບົບ, ຄື: ລະບົບຍົກສູງ, ລະບົບຂະບວນການລະດັບສູງ ແລະລະບົບຂະບວນການ. ບັນດານັກກິລາແຂ່ງຂັນຊິງລາງວັນລວມມູນຄ່າ 150.000 ໂດລາສະຫະລັດ (ປະມານ 3,7 ຕື້ດົ່ງ), ຜ່ານ 4 ໄລຍະທາງ, ຄື: Full marathon (42,195 ກິໂລແມັດ), ເຄິ່ງ marathon (21,0975 ກິໂລແມັດ), 10 ກິໂລແມັດ ແລະ 5 ກິໂລແມັດ. ງານແຂ່ງຂັນກິລາແມ່ນຂໍ້ລິເລີ່ມຂອງສະຫະພັນແລ່ນ ແລະລານຫວຽດນາມ, ເພື່ອນໍາມາເຊິ່ງໂອກາດໃຫ້ນັກກິລາສາມາດທົດສອບຕົນເອງ, ອອກກຳລັງກາຍ ແລະຄົ້ນຫາວັດທະນະທຳຂອງບັນດາປະເທດອິນດູຈີນ. 

ທ່ານ ຫງວຽນແມ້ງຮຸ່ງ, ເລຂາທິການໃຫຍ່ສະຫະພັນແລ່ນ ແລະລານຫວຽດນາມ ໃຫ້ຮູ້ວ່າ: ງານແຂ່ງຂັນກິລາ Viettel marathon ປີ 2024 ຈະເຕົ້າໂຮມນັກກິລາແລ່ນ ແລະລານແຖວໜ້າຂອງຫວຽດນາມ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້ເຂົ້າຮ່ວມ, ຄື: ຫງວຽນທິແອວງ, ຫງວຽນຈູງເກື່ອງ, ຮ່ວາງງວຽນແທງ... ນອກຈາກນັ້ນ, ຄະນະຈັດຕັ້ງຍັງໄດ້ເຊື້ອເຊີນນັກກິລາແລ່ນ ແລະລານທີ່ມາຈາກຈີນ, ຍີ່ປຸ່ນ, ຮົງກົງ (ຈີນ) ແລະທີມແລ່ນ ແລະລານທີ່ມາຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເຂົ້າຮ່ວມ. ງານແຂ່ງຂັນຄັ້ງນີ້ຈະກວດສານ doping (ສານຫ້າມ) ແບບບັງເອີນໃຫ້ນັກກິລາບາງຄົນ ໂດຍສະເພາະນັກກິລາທີ່ບັນລຸຜົນງານສູງ.

ໂດຍ: ທະນາພອນ