ຕອນບ່າຍວັນທີ 2 ກັນຍາ, ທີມຊາດບານເຕະຫວຽດນາມ ສືບຕໍ່ການຝືກແອບຢູ່ສູນບຳລຸງສ້າງບານເຕະໜຸ່ມຫວຽດນາມ, ເພື່ອແນໃສ່ກະກຽມໃຫ້ແກ່ການແຂ່ງຂັນມິດຕະພາບສາກົນ LPBank Cup 2024 ໂດຍສະຫະພັນບານເຕະ ຫວຽດນາມ (VFF) ຈັດຂຶ້ນ.

leftcenterrightdel
ພາບປະກອບ: VFF

ຕາມແຜນການແລ້ວ, ທີມຊາດຫວຽດນາມ ຈະມີການແຂ່ງຂັນກັບທີມຊາດລັດເຊຍ ໃນເວລາ 20 ໂມງ ຂອງວັນທີ 5 ກັນຍາ ຢູ່ສະໜາມກິລາແຫ່ງຊາດ ມີດິ່ງ (ຮ່າໂນ້ຍ). ນັກເຕະ ໂດຮຸ່ງຢຸງ ໃຫ້ຮູ້ວ່າ ບັນດານັກເຕະໄດ້ມີການຝືກແອບຢ່າງດຸໝັ່ນ ແລະພ້ອມແລ້ວທີ່ຈະເຂົ້າຮ່ວມນັດແຂ່ງຂັນບານເຕະຈະມາເຖິງ. ນັກເຕະ ໂດຮຸ່ງຢຸງ ໃຫ້ຮູ້ວ່າ ທີມຊາດ ລັດເຊຍ ເຕະເກັ່ງຫຼາຍ. ປັດຈຸບັນ, ຄະນະຝືກແອບຍັງບໍ່ທັນຍົກອອກຍຸດທະວິທີເທື່ອ. ຕ້ອງໃກ້ຈະຮອດວັນແຂ່ງຂັນ, ເມື່ອມີຄຼິບວີດີໂອ ຫຼືເອກະສານທີ່ກ່ຽວຂ້ອງ ຈຶ່ງມີແຜນການລະອຽດ. ປັດຈຸບັນ, ນັກເຕະໝົດທຸກຄົນໃນທີມລ້ວນແຕ່ຝືກແອບການປະສົມປະສານໃຫ້ຄ່ອງແຄ້ວກວ່າ.

ໂດຍ: ກວຽດເຕິມ