ຄູ​ຝຶກ ຫງວຽນດື໊ກຖັງ ແບ່ງປັນວ່າ: “13 ປີກ່ອນ, ຂ້າພະເຈົ້າ ຢູ່ທີ່ນີ້ເພື່ອເຂົ້າຮ່ວມການຝຶກແອບໃຫ້ທີມໜຸ່ມ. ກັບຄືນມາຄັ້ງນີ້, ຄວາມຮັບຜິດຊອບສູງກວ່າ, ຄວາມເອກອ້າງທະນົງໃຈກໍ່ຫຼາຍກວ່າ. ຂ້າພະເຈົ້າ ຈະມານະພະຍາຍາມກໍ່ສ້າງເທ໊ກົງ-Viettel ໃຫ້ເປັນທີມເຂັ້ມແຂງຄວບຄຸ້ມບານໄດ້ດີ ແລະເຕະບານຢ່າງງາມຕາ”.

leftcenterrightdel
ຄູ​ຝຶກ ຫງວຽນດື໊ກຖັງ ເປັນຄູ​ຝຶກໃຫ້ສະໂມສອນ ເທ໊ກົງ-Viettel. ພາບ: ຟ້າມທູຮ່າ

ຄູ​ຝຶກ ຫງວຽນດື໊ກຖັງ ເກີດປີ 1976, ເຄີຍເປັນນັກເຕະສະໂມສອນ ເທ໊ກົງ (1995-2005). ໃນບົດບາດເປັນຄູ​ຝຶກ, ທ່ານໄດ້ຝຶກແອບທີມ ໄຊງ່ອນ FC ຍາດໄດ້ຊະນະເລີດໃນການແຂ່ງຂັນບານເຕະຊັ້ນ 1 ແຫ່ງຊາດປີ 2015; ພ້ອມກັບທີມ ດົງອ໊າ ແທັງຮ໊ວາ ຍາດໄດ້ອັນດັບສອງ V-League ແລະຂັນແຫ່ງຊາດ 2018; ພ້ອມກັບບານເຕະບິ່ງດິ້ງ ໄດ້ຮັບຊະນະເລີດການແຂ່ງຂັນຊັ້ນ 1 ແຫ່ງຊາດ 2020, ຈັດອັນດັບ 3 V-League 2022  ແລະອັນດັບ 2 ໃນການແຂ່ງຂັນຊີງຂັນແຫ່ງຊາດ 2022.

ໂດຍ: ໄຊນີດາ