ນະຄອນໂຮ່ຈີມິນ: ມີນັກກິລາກວ່າ 1.000 ຄົນເຂົ້າຮ່ວມການແຂ່ງຂັນແລ່ນມາຣາທອນ
ກປ.ອອນໄລ - ວັນທີ 25 ທັນວາ, ຄະນະຈັດຕັ້ງສະເຫຼີມສະຫຼອງວັນບຸນສຳຄັນຢູ່ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການແຂ່ງຂັນແລ່ນມາຣາທອນກຳລັງປະກອບອາວຸດ ແລະຊາວໜຸ່ມປີ 2022.
    |
 |
ນັກກິລາແຂ່ງຂັນແລ່ນມາຣາທອນ. ພາບ: ກ໊ວກແທງ |
ການແຂ່ງຂັນມີພະນັກງານ, ນັກຮົບສັງກັດບັນດາກົມກອງ: ກອງບັນຊາການນະຄອນໂຮ່ຈີມິນ, ຕໍາຫຼວດນະຄອນ, ມະຫາວິທະຍາໄລຕໍາຫຼວດປະຊາຊົນ ແລະກໍາລັງທະຫານລາດບັນດາເມືອງກວ່າ 1.000 ຄົນພ້ອມກັບຊາວໜຸ່ມທັງຍິງ ແລະຊາຍ 120 ຄົນໃນນະຄອນເຂົ້າຮ່ວມ. ບັນດານັກກິລາແຂ່ງຂັນແລ່ນມາຣາທອນຈາກໂຮງລະຄອນນະຄອນໄປຜ່ານບັນດາຖະໜົນ: ດົ່ງເຂີຍ, ຫງວຽນເຫວ້, ເລແທ໋ງຕົງ... ດ້ວຍໄລຍະທາງ 5 ກິໂລແມັດ. ການແຂ່ງຂັນແມ່ນການເຄື່ອນໄຫວກິລາທີ່ຈັດຕັ້ງປະຈໍາປີເພື່ອແນໃສ່ເພີ່ມທະວີ ແລະສ້າງເງື່ອນໄຂໃຫ້ບັນດານັກກິລາຮໍ່າຮຽນ, ພົບປະ, ແລກປ່ຽນບົດຮຽນ, ຍົກສູງລະດັບວິຊາສະເພາະ, ຄົ້ນພົບ, ບໍາລຸງສ້າງນັກກິລາໜຸ່ມເພີ່ມເຕີມໃຫ້ທີມແລ່ນ ແລະລານ ທຸກຂັ້ນ.
ໂດຍ: ໄຊນີດາ