leftcenterrightdel
ຄວາມເບີກບານມ່ວນຊື່ນຂອງນັກເຕະທີມ U.19 ຫວຽດນາມ ເມື່ອຍິງເຂົ້າປະຕູທີມ U.19 ມາເລເຊຍ. ພາບ: ທຽນແທັງ.

ຢູ່ນາທີທີ 5, ນັກເຕະ Bin Mohamad ຂອງທີມ U.19 ມາເລເຊຍ ໄດ້ຍິງເຂົ້າປະຕູທີມ U.19 ຫວຽດນາມ, ຂຶ້ນນຳ 1-0 ປະຕູ. ຫຼັກງຈາກນັ້ນ, ຮອດນາທີທີ 28, ນັກເຕະ ດຶກແອັງ ຂອງທີມ U.19 ຫວຽດນາມ ຍິງເຂົ້າປະຕູທີມ U.19 ມາເລເຊຍ ແລະຮອດນາທີທີ 90+3, ນັກເຕະ ວັນຄາງ ຍິງລູກໂທດເຂົ້າປະຕູ U.19 ມາເລເຊຍ, ຜົນປະກົດວ່າທີມ U.19 ຫວຽດນາມ ຊະນະທີມ U.19 ມາເລເຊຍ ດ້ວຍ 2-1 ປະຕູ.

ຍາດໄດ້ 6 ຄະແນນພາຍຫຼັງສອງນັດ, ທີມ U.19 ຫວຽດນາມ ລອດເຂົ້າຮອບຊີງຊະນະເລີດ. ທີ່ການແຂ່ງຂັນນັດກ່ອນນັ້ນ, ທີມ U.19 ໄທ ຊະນະທີມ U.19 ມຽນມາ ດ້ວຍ 1-0 ປະຕູ, ຍາດໄດ້ 4 ຄະແນນ.

ຕອນຄໍ່າວັນທີ 9 ສິງຫາ, ທີມ U.19 ຫວຽດນາມ ຈະແຂ່ງຂັນກັບທີມ U.19 ໄທ ເພື່ອຄັດເລືອກທີມນຳໜ້າກຸ່ມ.

ໂດຍ: ໄຊນີດາ