leftcenterrightdel
ນັກກິລາ ຫວໍຮວິ່ງແອງຄວາ ເປັນຜູ້ຍາດໄດ້ຫຼຽນຄໍາທໍາອິດ ໃຫ້ທັບກິລາຫວຽດນາມ ທີ່ ASEAN Para Games 11. ພາບ: qdnd.vn

ນັກກິລາ ຫວໍຮວິ່ງແອງຄວາ (ລະດັບພິການ S8) ເປັນຜູ້ຍາດໄດ້ຫຼຽນຄໍາທໍາອິດໃຫ້ທັບກິລາຫວຽດນາມ ໃນລາຍການລອຍນໍ້າເສລີຊາຍ 400 ແມັດ ດ້ວຍຜົນການແຂ່ງຂັນ 5 ນາທີ 29 ວິນາທີ 35. ທັບກິລາຫວຽດນາມ ຍາດໄດ້ 7 ຫຼຽນຄໍາຕື່ມອີກ ລວມມີ: ເລທິຢຸງ (ລອຍນ້ຳ,   ລະດັບພິການ S8, ລອຍນໍ້າເສລີຍິງ 400 ແມັດ), ເຈີ່ນກວກຟີ (ລະດັບພິການ S13, ລອຍກົບຊາຍ 100 ແມັດ), ຮ່າທິເຫ້ວ (ລະດັບພິການ F37, ແກວ່ງຈານຍິງ), ກ່ຽວມີງຈູງ (ລະດັບພິການ F55, ພຸ່ງຫຼາວຊາຍ), ເຈິ່ນວັນງວຽນ (ລະດັບພິການ  F40, ແກວ່ງຈານຊາຍ), ຫງວຽນທິຫາຍ (ລະດັບພິການ  F57, ຍົກນ້ຳໜັກຍິງ), ເຈົາຮວ່າງຕວຽດລວານ (ຍິງ 55 ກິໂລກຣາມ, ຍົກນ້ຳໜັກ). ໄລ່ຮອດເວລາ 19:30 ໂມງ ຂອງວັນທີ 1 ສິງຫາ, ທັບກິລາຫວຽດນາມ ໄດ້ຈັດອັນດັບທີ 3 ເປັນຊົ່ວຄາວ ດ້ວຍ 8 ຫຼຽນຄຳ, 6 ຫຼຽນເງິນ, 5 ຫຼຽນທອງ. ນຳໜ້າແມ່ນປະເທດເຈົ້າພາບອິນໂດເນເຊຍ ດ້ວຍ 14 ຫຼຽນຄຳ, 10 ຫຼຽນເງິນ, 8 ຫຼຽນທອງ.

ໂດຍ: ທະນາພອນ