leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີອັດ. ພາບ: qdnd.vn.

ທີ່ພິທີອັດ, ຄະນະຈັດຕັ້ງຊີເກມ 31 ໄດ້ດໍາເນີນບັນດາພິທີການ:  ດັບທວນໄຟ; ຊັກທຸງສະຫະພັນກິລາອາຊີຕາເວັນອອກສ່ຽງໃຕ້ ແລະທຸງຊີເກມ 31 ລົງ; ມອບທຸງສະຫະພັນກິລາອາຊີຕາເວັນອອກສ່ຽງໃຕ້ລະຫວ່າງ ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ, ຫົວໜ້າຄະນະຈັດຕັ້ງ ຊີເກມ 31 ໃຫ້ແກ່ຜູ້ຕາງໜ້າຄະນະກໍາມະການໂອລິມປິກກໍາປູເຈຍ - ປະເທດເຈົ້າພາບຈັດຕັ້ງ ຊີເກມ 32; ພິທີຊັກທຸງ, ເຄົາລົບທຸງ ແລະຮ້ອງເພງຊາດກໍາປູເຈຍ... ນອກຈາກນັ້ນຍັງມີລາຍການສະແດງສິລະປະຂອງສອງປະເທດຫວຽດນາມ ແລະກໍາປູເຈຍ ໂດຍບັນດານັກສິລະປິນສະແດງບົນເວທີທີ່ໄດ້ຮັບການອອກແບບດ້ວຍຂະໜາດໃຫຍ່.

leftcenterrightdel
ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ, ຫົວໜ້າຄະນະຈັດຕັ້ງ ຊີເກມ ຄັ້ງທີ 31 ມອບທຸງສະຫະພັນກິລາອາຊີຕາເວັນອອກສ່ຽງໃຕ້ ໃຫ້ແກ່ຜູ້ຕາງໜ້າຄະນະກໍາມະການໂອລິມປິກກໍາປູເຈຍ-ປະເທດເຈົ້າພາບຈັດຕັ້ງ ຊີເກມ 32. ພາບ: qdnd.vn.

ໃນເກືອບ 3 ອາທິດ, ຊີເກມ 31 ໄດ້ນໍາມາ ເຊິ່ງບັນຍາກາດຍອດຍິ່ງໃຫ້ແກ່ບັນດານັກກິລາ, ກອງເຊຍ; ສິ່ງດັ່ງກ່າວໄດ້ຮັບການຍ້ອງຍໍຈາກສື່ມວນຊົນຂອງຈີນ, ສ.ເກົາຫຼີ, ໄທ, ມາເລເຊຍ, ສິງກະໂປ... ຄະນະຈັດຕັ້ງ ໄດ້ມອບຫຼຽນປະເພດຕ່າງໆ 1.759 ຫຼຽນ, ໃນນັ້ນມີ 525 ຫຼຽນຄຳ,  522 ຫຼຽນເງິນ,  712 ຫຼຽນທອງ; ສ້າງໄດ້ 30 ສະຖິຕິຊີເກມ. ທັບນັກກິລາຫວຽດນາມ ຍາດໄດ້ 205 ຫຼຽນຄຳ.

leftcenterrightdel
 
leftcenterrightdel
ລາຍການສະແດງສິລະປະ ທີ່ພິທີອັດງານມະຫາກໍາກິລາ ຊີເກມ 31. ພາບ: qdnd.vn.

ຊີເກມ 31 ໄດ້ອັດລົງພາຍຫຼັງດໍາເນີນມາເປັນເວລາ 17 ວັນ, ເຊິ່ງໄດ້ສ້າງຄວາມປະທັບໃຈທີ່ບໍ່ສາມາດຫຼົງລືມໄດ້. ໂດຍໄດ້ຮັບຄວາມເອົາໃຈໃສ່, ການຊີ້ນໍາຢ່າງໃກ້ຊິດຈາກການນໍາພັກ, ລັດ, ລັດຖະບານ, ຄວາມມານະພະຍາຍາມຂອງບັນດາກະຊວງ, ຄະນະ, ຂະແໜງການ, ການຮ່ວມເດີນທາງຂອງບັນດາປະເທດໃນພາກພື້ນ ແລະການສະໜັບສະໜູນຂອງປະຊາຊົນ, ຊີເກມ 31 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ສ້າງຄວາມປະທັບໃຈອັນດີງາມໃນດວງໃຈເພື່ອນມິດສາກົນ ແລະປະຊາຊົນຫວຽດນາມ.

ໂດຍ: ທູຈາງ