leftcenterrightdel
ຄະນະການນໍາທີມ futsal ຫວຽດນາມ ປະຊຸມດ້ານເຕັກນິກ. ພາບ: VFF

ທີມ futsal ຫວຽດນາມ ໄດ້ເຂົ້າຮ່ວມດ້ວຍນັກເຕະ 16 ຄົນ. ທີມໄດ້ຈົດທະບຽນເຄື່ອງນຸ່ງລົງແຂ່ງຂັນ 2 ຊຸດແມ່ນສີແດງ ແລະສີຂາວ. ນັດທໍາອິດທີມ futsal ຫວຽດນາມ ຈະພົບກັບທີມ futsal ບຣາຊິນ (ອັນດັບ 2 ໂລກ) ໃນເວລາ 0 ໂມງວັນທີ 14 ກັນຍາ (ຕາມເວລາຫວຽດນາມ), ນັກເຕະຂອງຄູຝຶກ ຟ້າມມີງຢາງ ຈະນຸ່ງຊຸດສີແດງ. ຢູ່ສາຍ D, ບັນດາທີມຈະແຂ່ງຂັນຢູ່ໂຮງແຂ່ງຂັນ Klaipeda Arena ແລະຈະມີຜູ້ຊົມໄດ້ເຂົ້າຊົມຫຼາຍສຸດແມ່ນ 3.500 ຄົນ. ປະຈຸບັນນັກເຕະທີມ futsal ຫວຽດນາມ ກຽມພ້ອມແລ້ວທີ່ຈະແຂ່ງຂັນກັບທີມ futsal ບຣາຊິນ.

ໂດຍ: ທະນາພອນ