leftcenterrightdel
ສະມາຊິກຄະນະນັກກິລາຄົນພິການຫວຽດນາມ ກະກຽມຂຶ້ນເຮືອບິນໄປຍັງຍີ່ປຸ່ນ ເຂົ້າຮ່ວມການແຂ່ງຂັນ Paralympic Tokyo 2020. ພາບ: ກຸ໊ຍເລື້ອງ.

ຄະນະຈັດຕັ້ງງານມະຫາກໍາກິລາ Paralympic Tokyo 2020 ໄດ້ຢ້ຽມຢາມຖາມຂ່າວສະພາບການຂອງນັກກິລາແຕ່ລະຄົນ ເພື່ອຈັດຫ້ອງພັກໃຫ້ເໝາະສົມກັບລະດັບພິການຂອງແຕ່ລະຄົນ. ໝູ່ບ້ານນັກກິລາ Paralympic ໄດ້ຮັບການປັບປຸງຈາກໝູ່ບ້ານ Olympic ດ້ວຍຕຽງນອນ 8.000 ຕຽງ, ໄດ້ປ່ຽນການອອກແບບເພື່ອຂະຫຍາຍລະບຽງລະຫວ່າງຫ້ອງຕ່າງໆ, ຫຼຸດຈຳນວນຕັ່ງນັ່ງໃນຫ້ອງກິນເຂົ້າລົງເຫຼືອ 2.400 ຕັ່ງ. ຢູ່ທີ່ນີ້, ມີອາສາສະໝັກ 100 ຄົນພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ 26 ພາສາຈາກປະເທດຕ່າງໆໃນໂລກ. ຄະນະນັກກິລາຄົນພິການຫວຽດນາມ ມີ 6 ຄົນຈະເຂົ້າແຂ່ງຂັນໃນລາຍການຍົກນໍ້າໜັກ, ແລ່ນ ແລະລານ ໄດ້ໄປຮອດປະເທດຍີ່ປຸ່ນ ໃນຕອນບ່າຍ ວັນທີ 19 ສິງຫາ; ສ່ວນ 9 ຄົນທີ່ຍັງເຫຼືອມີໜ້າຢູ່ໂຕກຽວໃນຕອນເຊົ້າວັນທີ 20 ສິງຫາ.

ໂດຍ: ທະນາພອນ