ນີ້ແມ່ນເຫດການເປີດສາກໃຫ້ການເຄື່ອນໄຫວກິລາ, ວັດທະນະທໍາ ແລະວິຊາການສຶກສາຂອງສະມາຄົມນັກສຶກສາຫວຽດນາມ ຢູ່ຝຣັ່ງ (UEVF) ພາຍຫຼັງລັດຖະບານຝຣັ່ງ ຍົກເລີກຄໍາສັ່ງປິດລ້ອມ ແລະພາຍຫຼັງສອງປີປະເທດນີ້ຖືກຜົນສະທ້ອນຈາກພະຍາດໂຄວິດ-19.

leftcenterrightdel
ລູກຍິງໄດ້ປະຕູໃນຮອບຊີງຊະນະເລີດ. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ມີ 8 ທີມ, ໃນນັ້ນ 6 ທີມມາຈາກຝຣັ່ງ, 2 ທີມມາຈາກແບນຊິກ ແລະໄດ້ແບ່ງເປັນ 2 ກຸ່ມ, ແຕ່ລະທີມມີນັກກິລາ 8 ຄົນເຂົ້າຮ່ວມການແຂ່ງຂັນ 16 ນັດໃນຮອບຄັດເລືອກ ແລະໂດຍກົງ. ໃນບັນຍາກາດຟົດຟື້ນຂອງແຟນບານ, ທີມສະມາຄົມນັກສຶກສາຫວຽດນາມ ຢູ່ Toulouse (AEVTL) ໄດ້ຊະນະຕໍ່ທີມ CVAms+ ມາຈາກປາຣີ ໃນຮອບຊີງຊະນະເລີດ. ລາງວັນທີສາມແມ່ນທີມ Vinakul ມາຈາກແບນຊິກ.

ຕາມອ້າຍ ຫງວຽນລີງ ປະທານ UEVF, ໃນຂອບເຂດການແຂ່ງຂັນບານເຕະ “NNB - Coupe de Lille” ຄັ້ງນີ້, UEVF ໄດ້ຈັດຕັ້ງການບໍລິຈາກເງິນໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ-19 ຢູ່ຫວຽດນາມ ແນໃສ່ຊ່ວຍປະເທດຕົນຜ່ານຜ່າໄລຍະຫຍຸ້ງຍາກຍ້ອນໂລກລະບາດນີ້ກໍ່ຂຶ້ນໂດຍໄວ.

ໂດຍ: ເຈິ່ນຮວ່ຽນ