leftcenterrightdel
ທີມຊາດຫວຽດນາມ ເລີ່ມຕົ້ນການແຂ່ງຂັນກັບທີມຊາດມາເລເຊຍ ດ້ວຍຄວາມສະດວກ, ເມື່ອນັກເຕະ ຕ໊ຽນລິງ ຍິງປະຕູຂຶ້ນນຳ 1-0 ໃນນາທີ 27. ພາບ: vov.vn.
leftcenterrightdel
ທີມຊາດມາເລເຊຍ ຫຼິ້ນເກມບຸກພາຍຫຼັງປະຕູເສຍ ໃນຂະນະທີ່ຫວຽດນາມ ຫຼິ້ນເກມປ້ອງກັນ. ພາບ: vov.vn.
leftcenterrightdel
ທີມຊາດຫວຽດນາມ ຖືກທີມຊາດມາເລເຊຍ ຍິງປະຕູໃນນາທີ  72 ດ້ວຍລູກໂທດ 11 ແມັດ, ທັງສອງທີມສະເໝີກັນດ້ວຍ 1-1 ປະຕູ. ພາບ: vov.vn.
leftcenterrightdel
ທີມຊາດຫວຽດນາມ ປ່ຽນແທນນັກກິລາພາຍຫຼັງຖືກຄູ່ແຂ່ງຍິງປະຕູ, ນັກເຕະ ວັນຕວ່ານ ເຂົ້າສະໜາມຫາໄດ້ຈຸດໂທດໃຫ້ທີມຊາດຫວຽດນາມ ໃນນາທີ 83, ສ້າງໂອກາດໃຫ້ນັກເຕະ ເກ໊ງອັກຫາຍ ຍິງເຂົ້າປະຕູ ທີມຊາດມາເລເຊຍ. ພາບ: vov.vn.
leftcenterrightdel
ທີມຊາດຫວຽດນາມ ຊະນະທີມຊາດມາເລເຊຍ ດ້ວຍ 2-1 ປະຕູ.
leftcenterrightdel
ທີມຊາດຫວຽດນາມ ສືບຕໍ່ນໍາໜ້າກຸ່ມ G ດ້ວຍ 2 ຄະແນນ ແລະຈະແຂ່ງຂັນກັບທີມ UAE ໃນວັນທີ 15 ມິຖຸນາ 2021 ຈະມາເຖິງ. ພາບ: AFC.
leftcenterrightdel
ມີແຕ່ສະເໝີກັບທີມ UAE, ທີມຊາດຫວຽດນາມ ຈະນໍາໜ້າກຸ່ມ G ແລະຈະເປັນເທື່ອທໍາອິດຍາດໄດ້ປີ້ເຂົ້າຮອບຄັດເລືອກທີ 3 World Cup ພາກພື້ນອາຊີ. ພາບ: vov.vn.

ໂດຍ: ເຈິ່ນຮວ່ຽນ