leftcenterrightdel
ບັນດານັກກິລາທີມບານເຕະຫວຽດນາມ ຕັ້ງໜ້າຝຶກແອບ. ພາບ: VFF.

ດ້ວຍການແຂ່ງຂັນ 4 ວັນ/ນັດ, ພ້ອມກັບສະພາບດິນຟ້າອາກາດຢູ່ UAE ແດດກ້າ, ຄູຝຶກ Park Hang-seo ໄດ້ນໍາໃຊ້ອຸປະກອນ GPS ເພື່ອຕິດຕາມ, ຕີລາຄາຄວາມສາມາດເຄື່ອນທີ່ຂອງນັກກິລາ. ປະຈຸບັນ, ຢຸຍແມັ້ງ, ດີ່ງຈ້ອງ ແລະມີງເວືອງ ກຳລັງບາດເຈັບ ແລະຕ້ອງໄດ້ຝຶກແອບຕ່າງຫາກແຕ່ບາດເຈັບຂອງນັກກິລາທັງ 3 ຄົນນີ້ບໍ່ຮ້າຍແຮງປານໃດ. ຄາດຄະເນວ່າ, ທີມບານເຕະຫວຽດນາມ ຈະມີນັດແຂ່ງຂັນມິດຕະພາບກັບຈໍແດນ ໃນຕອນຄໍ່າວັນທີ 31 ພຶດສະພາ, ກ່ອນທີ່ຈະປິດບັນຊີລາຍຊື່ນັກກິລາ 23 ຄົນຢ່າງເປັນທາງການ.

ໂດຍ: ກວຽດເຕິມ