leftcenterrightdel
ການແຂ່ງຂັນລະຫວ່າງສະໂມສອນ Viettel ແລະສະໂມສອນ ຖ່ານກວ໋າງນີງ. ພາບ: ຍືດ້າດ.

ໃນນາທີທີ 4, ກອງກາງ ຢຸຍແຄ໋ງ ຂອງສະໂມສອນຖ່ານກວ໋າງນີງ ໄດ້ຍິງເຂົ້າປະຕູຕົວເອງ ຊ່ວຍໃຫ້ສະໂມສອນ Viettel ຂຶ້ນນຳໜ້າໄປກ່ອນ. ໃນສະພາບແຂ່ງຂັນທີ່ສອງທີມພ້ອມກັນບຸກ, ສະໂມສອນ Viettel ມີຊ່ອງຫວ່າງໃນນາທີທີ 37 ດ້ວຍການຍິງເຂົ້າປະຕູຂອງນັກເຕະ V.Caique. ແຂ່ງຂັນດ້ວຍຄວາມມານະພະຍາຍາມ, ສະໂມສອນ ຖ່ານກວ໋າງນີງ ນຳຕິດຂຶ້ນມາ 1-2 ປະຕູໃນນາທີທີ 48 ດ້ວຍການຍິງເຂົ້າປະຕູຂອງນັກເຕະ T.Eydison. ໃນນາທີທີ່ຍັງເຫຼືອ, ສະໂມສອນ ຖ່ານກວ໋າງນີງ ຫຼິ້ນເກມບຸກ, ແຕ່ບໍ່ສາມາດຍິງເຂົ້າປະຕູ ແລະຍອມແພ້ດ້ວຍ 1-2 ປະຕູ. ດ້ວຍໄຊຊະນະ 5 ນັດຕໍ່ເນື່ອງ, ສະໂມສອນ Viettel ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບດ້ວຍ 22 ຄະແນນ.

ໂດຍ: ທະນາພອນ