leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວແນະນໍາການແຂ່ງຂັນແລ່ນ ຕ່ຽນຟອງ Marathon  2021.  ພາບ: qdnd.vn.

ຕາມນັ້ນແລ້ວ, ການແຂ່ງຂັນແລ່ນ ຕ່ຽນຟອງ Marathon 2021 ດໍາເນີນໃນລະຫວ່າງວັນທີ 26-28 ມີນາ ຢູ່ນະຄອນ Pleiku (ແຂວງຢາລາຍ) ເຊິ່ງຈະມີນັກກິລາ 4.500 ຄົນ ພ້ອມກັບພະນັກງານ, ກໍາມະກອນ, ລັດຖະກອນ ແລະປະຊາຊົນແຂວງຢາລາຍ ຈໍານວນ 1.000 ຄົນເຂົ້າຮ່ວມ. ບັນດານັກກິລາຈະແຂ່ງຂັນໃນໄລຍະທາງ 5 ກິໂລແມັດ, 10 ກິໂລແມັດ, 21 ກິໂລແມັດ ແລະ 42 ກິໂລແມັດ ດ້ວຍມູນຄ່າທັງໝົດ 500 ລ້ານດົ່ງ. ທີ່ການແຂ່ງຂັນແລ່ນ ຕ່ຽນຟອງ Marathon 2021 ມີຫຼາຍກິດຈະກໍາທີ່ມີຄວາມໝາຍ, ຄື: ການປຸກລະດົມປູກຕົ້ນໄມ້, ງານບຸນຄ້ອງ, ງານຕະຫຼາດນັດການຄ້າແຂວງຢາລາຍ... ນອກຈາກນັ້ນ, ຄະນະຈັດຕັ້ງການແຂ່ງຂັນແລ່ນ ຕ່ຽນຟອງ Marathon 2021 ຍັງຫັກເງິນຈໍານວນ 1,2 ຕື້ດົ່ງ ເພື່ອຊື້ແນວພັນຜັກມອບໃຫ້ພໍ່ແມ່ປະຊາຊົນແຂວງຢາລາຍ ແລະບາງແຂວງ, ນະຄອນໃນທົ່ວປະເທດ.

ໂດຍ: ທູຈາງ