leftcenterrightdel
ນັກເຕັນນິດ ຫຼີຮວ່າງນາມ. ພາບ: VTF.

ການແຂ່ງຂັນດັ່ງກ່າວມີການເຂົ້າຮ່ວມຂອງ 178 ນັກກິລາ ທີ່ມາຈາກ 14 ສະໂມສອນໃນທົ່ວປະເທດ, ແຂ່ງຂັນໃນ 4 ລາຍການ, ລວມມີ, ດ່ຽວຊາຍ, ດ່ຽວຍິງ, ຄູ່ຊາຍ ແລະຄູ່ຍິງ. ເຂົ້າຮ່ວມການແຂ່ງຂັນມີບັນດານັກເຕັນນິດແຖວໜ້າ, ຄື: ຫຼີຮວ່າງນາມ, ຈິ້ງລີງຢາງ, ຫວູ໋ຮ່າມິງດຶ໊ກ, ເຈິ່ນທຸ້ຍແທັງຈູ໊ກ, ດ່າວມີງຈາງ.... ຜ່ານການແຂ່ງຂັນ, ຄະນະຈັດຕັ້ງຈະຄັດເລືອກເອົານັກເຕັນນິດດີເດັ່ນເຂົ້າເປັນທີມເຕັນນິດຫວຽດນາມ ເພື່ອກະກຽມເຂົ້າຮ່ວມ SEA Games 31. ລວມມູນຄ່າລາງວັນແມ່ນ 500 ລ້ານດົ່ງ. ການແຂ່ງຂັນຈະສິ້ນສຸດລົງໃນວັນທີ 31 ມັງກອນ.

ໂດຍ: ເຈິ່ນຮວ່ຽນ