leftcenterrightdel
ບັນດານັກກິລາເຂົ້າຮ່ວມການແຂ່ງຂັນແລ່ນມາລາທອນ. ພາບ: ຢ້ຽວຮວາ.

ການແຂ່ງຂັນຄັ້ງນີ້ມີນັກກິລາ 550 ຄົນເຂົ້າຮ່ວມ, ຈະແຂ່ງຂັນແລ່ນມາລາທອນບປະເພດຊາຍ, ຍິງ ໄລຍະທາງ 5 ກິໂລແມັດ ແລະ 10 ກິໂລແມັດ. ຜົນການແຂ່ງຂັນປະກົດວ່າ, ສໍາລັບໄລຍະທາງ 5 ກິໂລແມັດ, ນັກກິລາຊາຍ ຮວ່າງຫວ໊ຽດວີ໋ລີ ໄດ້ທີ 1; ນັກກິລາຍິງ ເລທິຮັ່ງ ໄດ້ທີ 1. ສໍາລັບໄລຍະທາງ 10 ກິໂລແມັດ ນັກກິລາຊາຍ ຈິ້ງກ໊ວກເລື້ອງ ໄດ້ທີ 1, ນັກກິລາຍິງ ໂຮ່ທິທູຮ່າ ໄດ້ທີ 1. ໂອກາດນີ້, VPBank ໄດ້ມອບເງິນ 100 ລ້ານດົ່ງໃຫ້ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນແຂວງບັ໊ກຢາງ; ມອບເງິນໃຫ້ພະແນກສາທາລະນະສຸກ, ພະແນກສຶກສາ ແລະກໍ່ສ້າງແຂວງບັ໊ກຢາງ ແຕ່ລະຫົວໜ່ວຍ 200 ລ້ານດົ່ງເພື່ອໜູນຊ່ວຍກິດຈະການຊີວິດສັງຄົມ.

ໂດຍ: ເຈິ່ນຮວ່ຽນ