leftcenterrightdel
ມອບຫຼຽນຄໍາໃຫ້ແກ່ນັກກິລາໝາກເສິກທີ່ດີເດັ່ນ. ພາບ: ຫຶວເຈື້ອງ.

ການແຂ່ງຂັນໄດ້ດຶງດູດການເຂົ້າຮ່ວມຂອງນັກກິລາໝາກເສິກພາຍໃນປະເທດຈໍານວນ 120 ກວ່າຄົນ ແລະນັກກິລາໝາກເສິກອີກ 4 ຄົນທີ່ມາຈາກກອງທັບລາດຊະວົງກໍາປູເຈຍ ແລະກອງທັບປະຊາຊົນລາວ. ພາຍຫຼັງການແຂ່ງຂັນເປັນເວລາໜຶ່ງວັນ, ຄະນະຈັດຕັ້ງໄດ້ມອບ 22 ຫຼຽນຄໍາ, 24 ຫຼຽນເງິນ, 32 ຫຼຽນທອງ ແລະ 56 ລາງວັນຊົມເຊີຍ.

ທ່ານພັນໂທ ຫງວຽນແທ່ງເລ, ຮອງຜູ້ອໍານວຍການຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນຢັ້ງຢືນວ່າ ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ຫວັງວ່າ ຈະສືບຕໍ່ພ້ອມກັບສະຫະພັນໝາກເສິກຫວຽດນາມ ເພື່ອຊ່ວຍໃຫ້ໝາກເສິກຜູ້ບັນຊາການຂະຫຍາຍຢ່າງກວ້າງຂວາງກວ່າ,   ເປັນຂີດໝາຍແຫ່ງພູມປັນຍາຫວຽດນາມ ອອກສູ່ໂລກ.

ໂດຍ: ກວຽດເຕິມ