leftcenterrightdel
ພິທີນັບຖອຍຫຼັງເຂົ້າສູ່ງານມະຫາກໍາກິລາ ຊີເກມ 31. ພາບ: qdnd.vn

ເຂົ້າຮ່ວມເຫດການມີ ທ່ານ ເວືອງດິ່ງເຫວ້, ກໍາມະກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ; ທ່ານ ຫງວຽນຫງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ, ຫົວໜ້າຄະນະຈັດຕັ້ງ ຊີເກມ 31 ແລະ ອາຊຽນ ປາຣາເກມ 11 ປີ 2021; ທ່ານ ຈູຫງອັກແອັງ ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ; ຜູ້ຕາງໜ້າສະຖານທູດຂອງ 10 ປະເທດອາຊຽນ; ການນໍາບັນດາແຂວງ, ນະຄອນ, ຂະແໜງການ... ແລະນັກກິລາເຂົ້າຮ່ວມເກືອບ 2.000 ຄົນ.

leftcenterrightdel
ບັນດາຜູ້ແທນແລ່ນ ປຸກລະດົມລາຍການ. ພາບ: qdnd.vn

ທີ່ພິທີ, ທ່ານ ຫງວຽນຫງອັກທ້ຽນ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໃຫ້ຮູ້ວ່າ: ຊີເກມ 31 ປີ 2021 ຈະດໍາເນີນໃນວັນທີ 21 ພະຈິກ 2021 ຢູ່ຮ່າໂນ້ຍ ແລະບາງແຂວງ, ນະຄອນໃກ້ຄຽງ. ນີ້ເປັນຄັ້ງທີ່ 2 ທີ່ຫວຽດນາມ ເປັນກຽດ ໄດ້ເປັນເຈົ້າພາບຈັດຕັ້ງງານມະຫາກໍາກິລາສໍາຄັນນີ້. ດ້ວຍ 40 ປະເພດກິລາ, 520 ກວ່າລາຍການແຂ່ງຂັນ ພ້ອມດ້ວຍການເຂົ້າຮ່ວມຂອງນັກກິລາເກືອບ 10.000 ຄົນທີ່ມາຈາກ 11 ປະເທດອາຊີຕາເວັນອອກສ່ຽງໃຕ້, ຊີເກມ 31 ໃຫ້ຄໍາໝັ້ນໝາຍວ່າຈະແມ່ນການແຂ່ງຂັນທີ່ຟົດຟື້ນ, ດຶງດູດ, ແມ່ນໂອກາດເພື່ອເພີ່ມທະວີນໍ້າໃຈສາມັກຄີມິດຕະພາບ, ໂຄສະນາວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ. ພາຍຫຼັງພິທີກົດປຸ່ມ “ນັບຖອຍຫຼັງເຂົ້າສູ່ງານມະຫາກໍາກິລາ ຊີເກມ 31ແລະ ອາຊຽນ ປາຣາເກມ 11” ຢ່າງເປັນທາງການແລ້ວ, ບັນດາຜູ້ແທນພ້ອມກັບນັກກິລາເກືອບ 2.000 ຄົນໄດ້ແລ່ນອ້ອມໜອງ ຮວ່ານກ໊ຽມ ໜຶ່ງຮອບເພື່ອປຸກລະດົມລາຍການ.

ໂດຍ: ໄຊຊະນະ