leftcenterrightdel
ນັກກິລາ ຫງວຽນວັນລາຍ ຍາດໄດ້ຫຼຽນຄໍາໃນລາຍການແລ່ນ 1.500 ແມັດຊາຍ. ພາບ: qdnd.vn.

ນັກກິລາ ຫງວຽນວັນລາຍ ໄດ້ອັນດັບທີ 1 ດ້ວຍເວລາ 14 ນາທີ 55 ວິນາທີ 01 ລິບດາ,  ຍາດໄດ້ຫຼຽນຄໍາ. ສ່ວນທີ 2 ແລະທີ 3 ແມ່ນຂອງນັກກິລາ ຈິ້ງກ໊ວກເລື້ອງ ແລະຫງວຽນກ໊ວກແອັງ (ມາຈາກທີມທະຫານຊາຍແດນ) ດ້ວຍເວລາ 14 ນາທີ 58 ວິນາທີ 40 ລິບດາ ແລະ 15 ນາທີ 00 ວິນາທີ 99 ລິບດາ. ຕໍ່ຈາກນັ້ນ, ນັກກິລາ ຫງວຽນຕ໊ຽນຈ້ອງ ຍາດໄດ້ຫຼຽນຄໍາປະເພດເຕັ້ນຍາວຊາຍ ດ້ວຍຜົນງານ 7,58 ແມັດ.

ສ່ວນນັກກິລາ ລໍ່ທິຮວ່າງ ມາຈາກທີມເຊີນລາ ຍາດໄດ້ຫຼຽນຄໍາໃນລາຍການ ຊັດຫຼາວຍິງ ດ້ວຍຜົນງານ 50,88 ແມັດ. ທີມແລ່ນ 4x100m ຍິງ-ຊາຍ ນະຄອນ ໂຮ່ຈີມິນ ຍາດໄດ້ຫຼຽນຄໍາ ດ້ວຍຜົນງານ 42 ວິນາທີ 54 ລິບດາ.

ໂດຍ: ໄຊຊະນະ