leftcenterrightdel
ນັກເຕະ ກວາງຫາຍ ເຕະບານດີທີ່ສຸດໃນການແຂ່ງຂັນທີ່ ຮ່າໂນ້ຍ FC ຊະນະທີມບານເຕະນະຄອນໂຮ່ຈີມິນ ດ້ວຍ 5-1 ປະຕູ. ພາບ: qdnd.vn.

ສະໂມສອນ Viettel ຂຶ້ນນຳ 1-0 ປະຕູໂດຍນັກກິລາ B.Cantanhede ໃນນາທີທີ 53 ກ່ອນທີ່ ນັກກິລາ ຮາຍລອງ ຂອງທີມບານເຕະກວາງນິງ ຍິງໄດ້ 1 ປະຕູໃນນາທີທີ 87. ໃນນາທີທີ 90+3, ນັກກິລາ ຕຽນຢຸງ ໄດ້ຍິງປະຕູສ້າງຊະນະໃຫ້ສະໂມສອນ Viettel ດ້ວຍ 2-1 ປະຕູ... ທີ່ການແຂ່ງຂັນຊີງຊະນະເລີດ, ສະໂມສອນ Viettel ຈະແຂ່ງຂັນກັບ ຮ່າໂນ້ຍ FC, ທີມບານເຕະທີ່ໄດ້ຊະນະທີມບານເຕະນະຄອນໂຮ່ຈີມິນ ດ້ວຍ 5-1 ປະຕູ. ຜູ້ຍິງປະຕູໃຫ້ ຮ່າໂນ້ຍ FC ແມ່ນນັກເຕະ ວັນກວຽດ (ນາທີທີ 45, 74 ແລະ 91), ນັກເຕະ ແທ່ງຈຸງ (ນາທີທີ 47), ນັກເຕະ ກວາງຫາຍ (ນາທີທີ 63). ລູກຍິງໜຶ່ງດຽວໃຫ້ທີມບານເຕະນະຄອນໂຮ່ຈີມິນ ແມ່ນຂອງນັກເຕະ ວັນຖ້ວນ ໃນນາທີທີ 49. ການແຂ່ງຂັນຊີງຊະນະເລີດຈະດໍາເນີນໃນວັນທີ 20 ກັນຍາ.

ໂດຍ: ກວຽດເຕິມ