ກ່າວຄໍາເຫັນທີ່ພິທີເປີດ, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາລາວ ເນັ້ນໜັກວ່າ ງານແຂ່ງຂັນບານເຕະຊາວໜຸ່ມຫວຽດນາມຢູ່ລາວ ໄດ້ຈັດຕັ້ງປະຈໍາປີບໍ່ພຽງແຕ່ແມ່ນການເຄື່ອນໄຫວກິລາເທົ່ານັ້ນ, ຫາກຍັງແມ່ນໜຶ່ງໃນບັນດາເຫດການມີຄວາມໝາຍຕັ້ງໜ້າໃນປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ. ງານແຂ່ງຂັນແມ່ນການເຄື່ອນໄຫວກິລາທີ່ເປັນປະໂຫຍດ ຊ່ວຍຮັກສາສຸຂະພາບ, ຝຶກຝົນຫຼໍ່ຫຼອມທັກສະໃຫ້ແກ່ຊາວໜຸ່ມຫວຽດນາມຢູ່ລາວ, ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີ, ສະໜິດຕິດພັນໃນປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ແລະສ້າງພາບພົດທີ່ສວຍງາມໃນດວງໃຈປະຊາຊົນລາວ.

leftcenterrightdel
ພາບປະກອບຈາກ: tapchilaoviet.org.

ຄະນະຈັດຕັ້ງໃຫ້ຮູ້ວ່າ, ງານແຂ່ງຂັນໃນປີນີ້ມີ 9 ທີມເຂົ້າຮ່ວມທີ່ມາຈາກບັນດາວິສາຫະກິດ, ສະໂມສອນກິລາໃນປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ. ພາຍຫຼັງພິທີເປີດໄດ້ດໍາເນີນການແຂ່ງຂັນຂອງສອງທີມທີ່ສະໜາມກິລາ CC55 ຢູ່ນະຄອນຫຼວງວຽງຈັນ. ຄາດຄະເນວ່າ, ງານແຂ່ງຂັນຈະປິດລົງໃນວັນທີ 4 ຕຸລາ.

ໂດຍ: ທູຈາງ