leftcenterrightdel
Viettel FC ຊະນະທີມກວ໋າງນາມ ດ້ວຍປະຕູ 3-0. ພາບ: qdnd.vn.

ສາມປະຕູທີ່ຂອງສະໂມສອນ Viettel ຍິງເຂົ້ານັ້ນແມ່ນນັກກິລາ Venancio (ນາທີທີ 38), Bruno (ນາທີທີ 43) ແລະຮວ່າງດຶ໊ກ (ນາທີທີ 49). ດ້ວຍໝາກຜົນດັ່ງກ່າວ, Viettel FC ບືນຕົວຂຶ້ນຢືນຢູ່ອັນດັບທີ 2 ຊົ່ວຄາວໃນຕາຕະລາງຈັດອັນດັບມີ 11 ຄະແນນ. ຢູ່ສະໜາມກິລາແລັກໄຈ, ທີມຫ໋າຍຟ່ອງ ສະເໝີຕໍ່ທີມຮວ່າງແອງຢາລາຍ  0-0. ຢູ່ສະໜາມກິລາທົ໊ງເຍິ໊ດ, ນະຄອນໂຮ່ຈີມິນ ສະເໝີຕໍ່ທີມ SHB ດ່ານັ້ງ 2-2, ຜ່ານນັ້ນ, ສືບຕໍ່ນໍາໜ້າຕາຕະລາງຈັດອັນດັບດ້ວຍ 14 ຄະແນນ.

ໂດຍ: ເຈິ່ນຮວ່ຽນ