leftcenterrightdel
ການນໍາ Viettel ສາຂານະຄອນໂຮ່ຈີມິນ, ທີມບານເຕະ Viettel, ມະຫາວິທະຍາໄລສັບພະວິຊານະຄອນໂຮ່ຈີມິນ ຖ່າຍຮູບເປັນທີ່ລະນຶກກັບບັນດານັກສຶກສາ. ພາບ: ແມ້ງຮຸ່ງ.

ຢູ່ທີ່ນີ້, ທີມບານເຕະ Viettel ໄດ້ມີການພົບປະແລກປ່ຽນກັບນັກສຶກສາທັງໝົດຂອງທີມບານເຕະມະຫາວິທະຍາໄລສັບພະວິຊານະຄອນໂຮ່ຈີມິນ. ຕາມນັກເຕະ ບຸ່ຍຕຽນຢຸ້ງ ຫົວໜ້າທີມບານເຕະ Viettel: “ພວກຂ້າພະເຈົ້າຮູ້ສຶກບັງເອີນຕໍ່ນໍ້າໃຈ ແລະການຕ້ອນຮັບຢ່າງອົບອຸ່ນສຸດຈິດສຸດໃຈຂອງພວກເພື່ອນນັກສຶກສາມະຫາວິທະຍາໄລສັບພະວິຊານະຄອນໂຮ່ຈີມິນ. ຮູບພາບແຕ່ລະຄົນໃນທີມລວ້ນແຕ່ຖືກນຳໄປແຂວນໃນທົ່ວໂຮງຮຽນ. ພວກຂ້າພະເຈົ້າຈະພະຍາຍາມແຂ່ງຂັນໃຫ້ດີທີ່ສຸດໃນການແຂ່ງຂັນຈະມາເຖິງເພື່ອສົມກັບອາລົມຈິດຂອງຄູອາຈານ ແລະນັກສຶກສາມະຫາວິທະຍາໄລສັບພະວິຊານະຄອນໂຮ່ຈີມິນ ເວົ້າສະເພາະ ແລະແຟນເວົ້າລວມ”.

ການແຂ່ງຂັນລະຫວ່າງທີມບານເຕະນະຄອນໂຮ່ຈີມິນ ແລະ Viettel FC ໃນຕອນບ່າຍວັນທີ 17 ມິຖຸນາ ອາດຈະແມ່ນການແຂ່ງຂັນຕັດສິນທີມນຳໜ້າກຸ່ມຂອງການແຂ່ງຂັນ V-League 2020 ພາຍຫຼັງ 5 ຮອບ.

ໂດຍ: ຈາງຫງວຽນ