leftcenterrightdel
ນັກເຕະກວາງຫ໋າຍ ແລະຈ້ອງຮວ່າງ ຮັບຫຼຽນຄໍາຢູ່ SEA Games 2019. ພາບ: ຫງວຽນຄອຍ.

ຢູ່ລາງວັນນັກເຕະດີເດັ່ນຊາຍ, ສະໂມສອນຮ່າໂນ້ຍ ມີນັກເຕະ 4 ຄົນ, ລວມມີ: ນັກເຕະ ໂດ໋ຮຸ່ງຢຸ໊ງ, ຫງວຽນກວາງຫ໋າຍ, ຫງວຽນວັນກວຽດ ແລະດວ່ານວັນເຮົ້າ ແລະນັກເຕະ ຈ້ອງຮວ່າງ ແມ່ນຂອງສະໂມສອນ Viettel. ທີ່ລາງວັນນັກເຕະຍິງດີເດັ່ນ, ສະໂມສອນນະຄອນໂຮ່ຈີມິນ ມີນັກເຕະຍິງ 3 ຄົນແມ່ນ ເຈືອງທິກ່ຽວ, ຮວີ່ງຍື, ກິມແທັງ ແລະຕວຽດຢຸງ ແມ່ນຂອງສະໂມສອນ ຟອງຟູ໊ຮ່ານາມ), ຫ໋າຍອ໊ຽນ ແມ່ນຂອງສະໂມສອນຮ່າໂນ້ຍ. ນອກຈາກນັ້ນ, ຄະນະຈັດຕັ້ງກໍ່ໄດ້ປະກາດລາງວັນອຸທິດສ່ວນມອບໃຫ້ຄູເຝິກ Park Hang-seo ແລະຄູເຝິກ ມາຍດຶກຈູງ. ພິທີມອບລາງວັນຈະໄດ້ຈັດຕັ້ງໃນຕອນຄໍ່າວັນທີ 13 ກຸມພາ, ໄດ້ຖ່າຍທອດສົດທາງຊ່ອງ VTV6, ສະຖານີໂທລະພາບຫວຽດນາມ.

ໂດຍ: ເກື່ອງດັ້ງ