ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານ ຫງວຽນຊວນຟຸກ ໄດ້ຊົມເຊີຍຜົນງານຂອງສອງທີມບານເຕະເວົ້າສະເພາະກໍ່ຄືນັກກິລາປະເພດຕ່າງໆເວົ້າລວມຢູ່ຊີເກມ 30. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ບັນດານາມມະຍົດແຫ່ງລັດ, ໃບຍ້ອງຍໍຂອງນາຍົກລັດຖະມົນຕີ ຈະໄດ້ມອບໃນອາທິດໜ້າທີ່ພິທີສະຫຼຸບຢ່າງສົມກຽດເພື່ອຊົມເຊີຍຜົນງານຂອງຄະນະກິລາຫວຽດນາມ ຢູ່ຊີເກມ 30.

ທີ່ພິທີ, ບັນດາວິສາຫະກິດຄືກຸ່ມບໍລິສັດ Vingroup, ກຸ່ມບໍລິສັດ T&T, ກຸ່ມບໍລິສັດ Sun Group, ບໍລິສັດລົງທຶນ ແລະດຳເນີນທຸລະກິດ Golf ລອງແທ່ັງ, ຮອນດາຫວຽດນາມ... ໄດ້ໃຫ້ຄໍາໝັ້ນສັນຍາມອບຂອງຂວັນໃຫ້ສອງທີມບານເຕະດ້ວຍຈໍານວນເງິນກວ່າສີບຕື້ດົ່ງ. ພິເສດ, ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ໃຫ້ຄໍາໝັ້ນສັນຍາຈະສັບຊ້ອນວຽກເຮັດງານທໍາໃຫ້ບັນດານັກເຕະຍິງພາຍຫຼັງລາອອກຈາກທີມບານເຕະ.

leftcenterrightdel
ບັນຍາກາດທີ່ການພົບປະສັງສັນ. ພາບ: qdnd.vn.
leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຖ່າຍຮູບກັບທີມບານເຕະຊາຍ U.22. ພາບ: qdnd.vn.
leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຖ່າຍຮູບກັບທີມບານເຕະຍິງ. ພາບ: qdnd.vn.
leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ມອບລົດຈັກໃຫ້ແກ່ທີມບານເຕະຍິງ. ພາບ: qdnd.vn.

ໂດຍ: ໄຊນີດາ