ການແຂ່ງຂັນໂດຍສູນສົ່ງເສີມການທ່ອງທ່ຽວນະຄອນ ແລະບໍລິສັດ Sunrse Events ຫວຽດນາມ ປະຕິບັດໂດຍກົງດ້ວຍການອຸປະຖໍາຫຼັກຂອງທະນາຄານການຄ້າຫຸ້ນສ່ວນເຕັກໂນໂລຢີຫວຽດນາມ (Techcombank).

leftcenterrightdel
ຜູ້ຕາງໜ້າຄະນະຈັດຕັ້ງແນະນໍາກ່ຽວກັບການແຂ່ງຂັນ Marathon ສາກົນນະຄອນໂຮ່ຈີມິນ Techcombank 2019.  ພາບ: ຮຸ່ງຄວາ.

ການແຂ່ງຂັນຈະດໍາເນີນແຕ່ວັນທີ 6 – 8 ທັນວາ ທີ່ນະຄອນໂຮ່ຈີມິນ ດ້ວຍສານທີ່ວ່າ “ເສັ້ນທາງສີຂຽວ, ນະຄອນສີຂຽວ”. ການແຂ່ງຂັນມີບັນດາໄລຍະ ຄື: Kids Run (ໄວອາຍຸແຕ່ 5-14 ປີ), ໄລຍະ 5 ກິໂລແມັດ, 10 ກິໂລແມັດ, ເຄິ່ງ marathon - 21,1 ກິໂລແມັດ ແລະ marathon - 42,195 ກິໂລແມັດ ເຊິ່ງຈຸດປ່ອຍແມ່ນສວນພຶດສາສາດ (ເມືອງ 1, ນະຄອນໂຮ່ຈີມິນ)...

ການແຂ່ງຂັນປີນີ້ມີບັນດາຂີດໝາຍສໍາຄັນ ຄື: ການແຂ່ງຂັນມີຈໍານວນນັກກິລາເຂົ້າຮ່ວມຫຼາຍທີ່ສຸດຢູ່ຫວຽດນາມ (ເກືອບ 13.000 ຄົນ, ເພີ່ມຂຶ້ນ 44,79% ເມື່ອທຽບໃສ່ປີ 2018); ມີ 70 ກວ່າວິສາຫະກິດເຂົ້າຮ່ວມການແຂ່ງຂັນໃນລາຍການ “ທົດສອບວິສາຫະກິດ”; ປະກາດແບບຫຼຽນໃໝ່ສຸດຂອງການແຂ່ງຂັນ. ການແຂ່ງຂັນແມ່ນສະມາຊິກຂອງສະມາຄົມ Marathon ສາກົນ ແລະເປັນເຫດການບັນລຸມາດຕະຖານເພື່ອໃຫ້ບັນດານັກກິລາໃນເກນອາຍຸ 40 ປີຂຶ້ນໄປມີໂອກາດໄດ້ບວກຄະແນນໃນຕາຕະລາງຈັດອັນດັບສາກົນຕາມກຸ່ມອາຍຸ Wanda Abbott Marathon Major. 

ໂດຍ: ໄຊຊະນະ