leftcenterrightdel
ທີມໂຣບົດຂອງມະຫາວິທະຍາໄລລາກຮົ່ງ (ແຂວງດົ່ງນາຍ) ຍາດໄດ້ລາງວັນທີ 3 ໃນການແຂ່ງຂັນ ABU Robocon. ພາບ: thanhnien.vn.

ເຂົ້າຮ່ວມການແຂ່ງຂັນ ABU Robocon 2019 ມີ 17 ທີມທີ່ມາຈາກບັນດາມະຫາວິທະຍາໄລ, ວິທະຍາໄລ, ສະຖາບັນຂອງ 16 ປະເທດ ແລະເຂດແຄວ້ນຢູ່ພາກພື້ນ. ຕາມຜົນການຈົກສະຫຼາກແບ່ງກຸ່ມ, 17 ທີມໄດ້ແບ່ງເປັນ 6 ກຸ່ມ. ໃນນັ້ນ, ແຕ່ກຸ່ມ A ເຖິງກຸ່ມ E, ແຕ່ລະກຸ່ມລວມມີ 3 ທີມ ແລະກຸ່ມ F ລວມມີ 2 ທີມ. ບັນດາທີມໄດ້ເຂົ້າຮ່ວມການແຂ່ງຂັນຮອບຄັດເລືອກແນໃສ່ເລືອກເອົາບັນດາທີມຍາດໄດ້ໄຊຊະນະເພື່ອກ້າວເຂົ້າຮອບຕໍ່ໄປ. ທີມໂຣບົດຂອງມະຫາວິທະຍາໄລລາກຮົ່ງ (ແຂວງດົ່ງນາຍ) ຂອງຫວຽດນາມ ຍາດໄດ້ລາງວັນທີ 3 ໃນການແຂ່ງຂັນ ABU Robocon ປີນີ້. ທີມໂຣບົດຂອງຮົ່ງກົງ (ຈີນ) ໄດ້ຮັບຊະນະເລີດ, ທີມໂຣບົດຂອງມົງໂກນ ໄດ້ຮັບລາງວັນທີ 2.

ໂດຍ: ທະນາພອນ