ນີ້ແມ່ນຄຳສະເໜີຂອງລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ແລະໄດ້ຍື່ນສະໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ດໍາເນີນຢູ່ ບາງກອກ ແຕ່ວັນທີ 22-23 ມິຖຸນາ. ແນວຄວາມຄິດກ່ຽວກັບເລື່ອງບັນດາປະເທດອາຊຽນ ພ້ອມກັນເປັນເຈົ້າພາບຈັດຕັ້ງ World Cup ໄດ້ຍົກອອກມາແຕ່ດົນແລ້ວ, ແຕ່ວ່ານີ້ແມ່ນຄັ້ງທໍາອິດທີ່ມີການກະທຳຢ່າງເປັນທາງການ. ແນວຄວາມຄິດນີ້ແມ່ນເລີ່ມຕົ້ນມາຈາກທ່ານ Somyot Poompunmuang, ປະທານສະຫະພັນບານເຕະໄທ. ທ່ານໄດ້ຍົກອອກແນວຄວາມຄິດນີ້ພ້ອມກັບ ອິນໂດເນເຊຍ ຮ່ວມກັນເປັນເຈົ້າພາບຈັດຕັ້ງ World Cup 2034.

leftcenterrightdel
ທ່ານ Don Pramudwinai ລັດຖະມົນຕີກະຊວງການຕ່າງປະເທດໄທ. ພາບ: MFA.

ໃນປະຫວັດສາດຂອງ FIFA World Cup, ຍີ່ປຸ່ນ ແລະສ.ເກົາຫຼີ ເຄີຍເປັນເຈົ້າພາບຈັດຕັ້ງ World Cup 2002 ມາແລ້ວ. ໃນອະນາຄົດ, ອາເມລິກາ, ເມັກຊິກໂກ ແລະການາດາ ຈະພ້ອມກັນຮ່ວມເປັນເຈົ້າພາບຈັດຕັ້ງ World Cup 2026.

ໂດຍ: ທູຈາງ