ເປົ້າໝາຍຂອງການຮັບສະໝັກແມ່ນຜູ້ທີ່ເກີດປີ 2007  ແລະ 2008. ເວລາດຳເນີນການຮັບສະໝັກແມ່ນ  7 ໂມງເຊົ້າຂອງວັນທີ 15 ມິຖຸນາ, ຢູ່ສູນກິລາ Viettel (ຕາແສງແທັກຮວ່າ, ເມືອງແທັກເທິດ, ຮ່າໂນ້ຍ).

leftcenterrightdel
ຜູ້ທີ່ເຂົ້າຮ່ວມການຮັບສະໝັກນັກເຕະບານຊາຍ ປີ 2017. ພາບ: qdnd.vn.

ບັນດາຜູ້ທີ່ຜ່ານຜ່າຮອບຄັດເລືອກຈະສືບຕໍ່ໄດ້ຮັບການຕີລາຄາລົງເລິກນັບແຕ່ວັນທີ 17-22 ມິຖຸນາ 2019 ຢູ່ສູນ. ຜູ້ທີ່ໄດ້ຜ່ານຜ່າການຕີລາຄາລົງເລິກ ແລະການກວດກາດ້ານການແພດແລ້ວ ຈະໄດ້ຮັບບໍາລຸງສ້າງຢູ່ສູນ. ພາຍຫຼັງທີ່ໄດ້ຮັບສະໝັກ, ເຂົາເຈົ້າ ຈະໄດ້ຝຶກແອບເພື່ອກາຍເປັນນັກເຕະບານທີ່ມີຄວາມເກັ່ງກ້າດ້ານວິຊາສະເພາະ, ມີກໍາລັງກາຍ, ສຸຂະພາບທີ່ດີ... ສາມາດຕອບສະໜອງໄດ້ບັນດາມາດຕະຖານທີ່ເຄັ່ງຄັດຂອງບານເຕະອາຊີບ.

ໂດຍ: ທູຈາງ