leftcenterrightdel
ທ່ານພັນເອກພິເສດ ຮ່ວາງຊວນວີງ ຍາດໄດ້ຫຼຽນຄຳ 2 ຫຼຽນ ແລະຫຼຽນເງິນ 1 ຫຼຽນ ຢູ່ປະເພດປືນລົມສັ້ນໄລຍະ 10 ແມັດສໍາລັບເພດຊາຍ,  ແຕ່ຕົ້ນປີມາຮອດປະຈຸບັນ. ພາບ: Webthethao.vn

ເຖິງວ່າການແຂ່ງຂັນບໍ່ດີປານໃດຢູ່ຮອບຄັດເລືອກກໍ່ຕາມ, ແຕ່ນັກກິລາຍິງປືນ ຮ່ວາງຊວນວີງ ໄດ້ແຂ່ງຂັນໃນຮອບຊີງຊະນະເລີດດີທີ່ສຸດເມື່ອຍາດໄດ້ 238,9 ຄະແນນ, ຫຼາຍກວ່າ 5,7 ຄະແນນເມື່ອທຽບໃສ່ຜູ້ໄດ້ອັນດັບທີສອງ, ຜ່ານນັ້ນສ້າງສະຖິຕິອາຊຽນໃໝ່, ນອກຈາກຫຼຽນຄຳຂອງນັກກິລາຍິງປືນ ຮ່ວາງຊວນວີງ ແລ້ວ, ທິມຍິງປືນຫວຽດນາມ ຍັງຍາດໄດ້ຫຼຽນຄຳ 2 ຫຼຽນ ຂອງສ່ວນບຸກຄົນຕື່ມອີກ ໂດຍແມ່ນຜົນງານຂອງນາງ ຟ້າມທິຮ່າ (ປະເພດປືນສັ້ນໄລຍະ 25 ແມັດ), ທ້າວ ຟານກົງມິນ (ປະເພດປືນສັ້ນມາດຕະຖານໄລຍະ 25 ແມັດ) ແລະ 3 ຫຼຽນຄໍາຢູ່ເນື້ອໃນການແຂ່ງຂັນເປັນທິມ.

ແປໂດຍ: ເຈິ່ນຮວ່ຽນ