leftcenterrightdel
ໄຂສັບປະດາວັດທະນະທຳ-ທ່ອງທ່ຽວເຂດດິນແດນແຫ່ງບັນພະບຸລຸດປີ 2024. ພາບ: quankhu2.vn

ໃນໂອກາດນີ້, ທີ່ເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ໄດ້ຈັດຫຼາຍພິທີທີ່ເປັນປະເພນີ, ຄື: ພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ແລະ ພິທີຖະຫວາຍດອກໄມ້ຢູ່ຮູບຄວັດສະຫຼັກ “ປະທານໂຮ່ຈີມິນ ໂອ້ລົມກັບພະນັກງານ, ນັກຮົບກອງພົນໃຫຍ່ປະຈັນບານ”; ພິທີບູຊາບັນພະບຸລຸດ ລາກລອງກວນ; ພິທີຖະຫວາຍທູບທຽນພະແມ່ ເອົາເກີ.

ນອກນັ້ນ, ຍັງມີບັນດາການເຄື່ອນໄຫວວັດທະນະທຳພື້ນເມືອງທີ່ເປັນປະເພນີ, ບັນດາການເຄື່ອນໄຫວວັດທະນະທຳ, ສິລະປະທີ່ອຸດົມສົມບູນອື່ນໆ. ເພື່ອກະກຽມຕ້ອນຮັບແຂກທ່ອງທ່ຽວ, ທ່ານ ເລເຈື່ອງຢາງ, ຫົວໜ້າເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ, ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ສ້ອມແປງບັນດາຮາກຖານດ້ານວັດຖຸ ເພື່ອຕອບສະໜອງບັນດາເງື່ອນໄຂຮັບໃຊ້ໃຫ້ແກ່ພໍ່ແມ່ປະຊາຊົນ, ແຂກທ່ອງທ່ຽວ… ນັບແຕ່ການສ້ອມແປງສະຖາປັດຕະຍາກຳເຂດບູຊາ, ບັນດາເຂດພັກຜ່ອນໃຫ້ແຂກທ່ອງທ່ຽວ, ຕະຫຼອດຮອດເລື່ອງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ; ສ້າງສະພາບແວດລ້ອມທີ່ເປັນມິດໃຫ້ແກ່ພໍ່ແມ່ປະຊາຊົນ, ແຂກທ່ອງທ່ຽວເມື່ອມາວິຫານ ຮຸ່ງ”.

ໂດຍ: ກວຽດເຕິມ