ໃນຂອບເຂດຂອງງານບຸນ ຈະດໍາເນີນຫຼາຍການເຄື່ອນໄຫວ ແລະເຫດການເພື່ອແນໃສ່ໂຄສະນາເຜີຍແຜ່ວັດທະນະທຳ ແລະການທ່ອງທ່ຽວຊາປາ ເຊັ່ນ: ສະຖານທີ່ວັດທະນະທຳ ແລະການທ່ອງທ່ຽວຊາປາ; ລາຍການສະແດງສິລະປະ “ເຕັ້ນພາຍໃຕ້ແສງຈັນ”; ວາດພາບຕະຫຼາດນັດ ແລະຕະຫຼາດແຫ່ງຄວາມຮັກຊາປາ; ລາຍການສະແດງສິລະປະພື້ນເມືອງ, ຮ້ານວາງສະແດງຜະລິດຕະພັນກະເສດ ແລະຫັດຖະກຳພື້ນເມືອງຂອງພໍ່ແມ່ປະຊາຊົນບັນດາເຜົ່າ...

leftcenterrightdel
ນັກທ່ອງທ່ຽວສາກົນເຂົ້າຮ່ວມການລະຫຼິ້ນພື້ນເມືອງຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ຊາປາ. ພາບ: ເຈົາຊວຽນ

ໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມແມ່ນກອງປະຊຸມສໍາມະນາດ້ວຍຫົວຂໍ້ “ມາດຕະການແກ້ໄຂ ເພື່ອພັດທະນາເຂດທ່ອງທ່ຽວແຫ່ງຊາດຊາປາ ທີ່ເປັນເອກະລັກສະເພາະ, ເປັນມິດ, ເປັນມືອາຊີບ, ມຸ່ງໄປເຖິງການເປັນຕົວເມືອງທ່ອງທ່ຽວສະອາດຢູ່ໃນອາຊຽນ” ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 5 ເມສາ, ໄດ້ດຶງດູດການເຂົ້າຮ່ວມຂອງນັກຊ່ຽວຊານ ແລະຜູ້ຕາງໜ້າບັນດາວິສາຫະກິດທ່ອງທ່ຽວເປັນຈໍານວນຫຼວງຫຼາຍ. ນະທີ່ນີ້, ບັນດາຜູ້ແທນໄດ້ສະເໜີບາງມາດຕະການແກ້ໄຂເພື່ອໃຫ້ ຊາປາ ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ, ຄື: ວິວັດການຫັນເປັນຕົວເມືອງທີ່ເຮັດໃຫ້ສີສັນວັດທະນະທຳຖືກສູນຫາຍ, ການເຕີບໂຕຂອງການທ່ອງທ່ຽວຢ່າງວ່ອງໄວໄດ້ສ້າງຄວາມກົດດັນໃສ່ພື້ນຖານໂຄງລ່າງ, ມົນລະພິດສິ່ງແວດລ້ອມ, ການທ່ອງທ່ຽວວົງຄະນະຍາດຊຸມຊົນແຕ່ບໍ່ມີການຄຸ້ມຄອງ...

ໂດຍ: ທູຈາງ