leftcenterrightdel
 
leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນວັນເຊີນ ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໃຫ້ຮູ້ວ່າ: ຮ່າຢາງ ແມ່ນແຂວງທີ່ມີຄວາມສາມາດບົ່ມຊ້ອນ ແລະທ່າໄດ້ປຽບກ່ຽວກັບການພັດທະນາການທ່ອງທ່ຽວ, ທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ມີຄຸນຄ່າສູງດ້ານທໍລະນີສາດ, ດ້ານພູມປະເທດ ແລະຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນບັນດາເຜົ່າຍັງຄົງໄດ້ຮັບການຮັກສາ ແລະເສີມຂະຫຍາຍ.

leftcenterrightdel
ທ່ານ ຫງວຽນວັນເຊີນ ກ່າວຄຳເຫັນທີ່ພິທີໄຂ. ພາບ: qdnd.vn

ງານບຸນວັດທະນະທຳ, ທ່ອງທ່ຽວ ແລະອາຫານການກິນສາກົນແມ່ນເຫດການແນໃສ່ຍົກສູງເຄື່ອງໝາຍການຄ້າ ແລະຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງບັນດາແຂວງ, ນະຄອນໃນທົ່ວປະເທດ ແລະປະເທດຕ່າງໆ. ເພີ່ມທະວີການສົ່ງເສີມ ແລະແນະນຳສະຖານທີທ່ອງທ່ຽວ, ສ້າງໂອກາດເພື່ອໃຫ້ບັນດາວິສາຫະກິດ, ອົງການຈັດຕັ້ງ ແລະບຸກຄົນໄດ້ພົບປະ, ແລກປ່ຽນ, ວາງສະແດງ ແລະແນະນຳບັນດາຜະລິດຕະພັນ, ອາຫານພິເສດ ແລະ ອາຫານທ້ອງຖິ່ນ.

leftcenterrightdel
ປະຊາຊົນ ແລະນັກທ່ອງທ່ຽວເຂົ້າຮ່ວມພິທີໄຂເປັນຈໍານວນຫຼວງຫຼາຍ. ພາບ: qdnd.vn

ນີ້ກໍ່ແມ່ນໂອກາດເພື່ອເຊີດຊູຄຸນຄ່າວັດທະນະທຳອາຫານການກິນໃນການພັດທະນາການທ່ອງທ່ຽວຂອງແຕ່ລະທ້ອງຖິ່ນ, ສືບຕໍ່ມີບັນດາມາດຕະການທີ່ມີປະສິດທິຜົນ ເພື່ອອະນຸລັກຮັກສາເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າເວົ້າລວມ ແລະອາຫານການກິນເວົ້າສະເພາະ, ປະກອບສ່ວນພັດທະນາການທ່ອງທ່ຽວສີຂຽວ ແລະຍືນຍົງ.

ງານບຸນຍັງດຶງດູດການເຂົ້າຮ່ວມຂອງບັນດາແຂວງ, ນະຄອນ ແລະບາງປະເທດໃນໂລກ. ງານບຸນມີ 65 ຮ້ານວາງສະແດງ, ໃນນັ້ນມີການເຂົ້າຮ່ວມຂອງ 22 ແຂວງ, ນະຄອນ ແລະ ບັນດາປະເທດໃນທົ່ວໂລກ, ເຊັ່ນ: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ໄທ...

ໃນໄລຍະ 3 ວັນທີ່ດໍາເດີນເຫດການ, ນັກທ່ອງທ່ຽວມາຢ້ຽມຢາມ ຮ່າຢາງ ຈະໄດ້ຢ້ຽມຊົນ, ເຂົ້າຮ່ວມຫຼາຍກິດຈະກຳທີ່ດຶງດູດໃຈ, ຊອກຮູ້ວັດທະນະທຳ, ສະຖານທີ່ທ່ອງທ່ຽວຢູ່ບັນດາເຂດພາກ, ຮັບປະທານອາຫານແຊບນົວຫຼາຍເຍື່ອງ.

ໂດຍ: ທະນາພອນ