ຕອນເຊົ້າວັນທີ 9 ມີນາ, ງານບຸນຫວຽດນາມ - ຍີ່ປຸ່ນ ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນ ໂຮ່ຈີມິນ. ທີ່ງານບຸນ, ປະຊາຊົນຈະໄດ້ຊົມວາດຟ້ອນພື້ນເມືອງ Yasako, ຊົມບັນດາລາຍການ J-pop ໂດຍກຸ່ມດົນຕີທີ່ມາຈາກ ຍີ່ປຸ່ນ ສະແດງ, ລາຍການສະແດງສົມທົບລະຫວ່າງນັກສິລະປິນຫວຽດນາມ ແລະຍີ່ປຸ່ນ ແລະການເຄື່ອນໄຫວ Cosplay, ຄົ້ນຫາໂລກ Anime ແລະ Manga, ຄົ້ນຫາ ແລະຊື້ສິນຄ້າທີ່ພົ້ນເດັ່ນຂອງຫວຽດນາມ ແລະຍີ່ປຸ່ນ.

leftcenterrightdel
ພິທີໄຂງານບຸນຫວຽດນາມ - ຍີ່ປຸ່ນ ຄັ້ງທີ 9 ຢູ່ນະຄອນໂຮ່ຈີມິນ. ພາບ: hanoimoi.vn

ນີ້ແມ່ນໜຶ່ງໃນບັນດາວັນບຸນໃຫຍ່ທີ່ໄດ້ຈັດຂຶ້ນປະຈຳປີຢູ່ນະຄອນໂຮ່ຈີມິນ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ການຄ້າ ແລະອາຫານການກິນ, ປະກອບສ່ວນຮັດແໜ້ນສາຍພົວພັນອັນດີງາມລະຫວ່າງຫວຽດນາມ ເວົ້າລວມ ແລະນະຄອນໂຮ່ຈີມິນ ເວົ້າສະເພາະກັບ ຍີ່ປຸ່ນ, ພ້ອມກັນນັ້ນ, ຊ່ວຍໃຫ້ວິສາຫະກິດຂອງສອງປະເທດຊອກຫາ ແລະຍູ້ແຮງກາລະໂອກາດຮ່ວມມືດໍາເນີນທຸລະກິດ, ແນະນຳບັນດາຜະລິດຕະພັນທີ່ມີທ່າແຮງຂອງສອງຝ່າຍ. ທ່ານ ເຈິ່ນເຟືອກແອງ, ຫົວໜ້າພະແນກການຕ່າງປະເທດນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ນະຄອນຈະສືບຕໍ່ຈັດຕັ້ງບັນດາວັນບຸນທີ່ມີຫຼາຍຮູບຫຼາຍແບບກວ່າອີກ ແລະເປີດກວ້າງການຮ່ວມມືກັບຫຼາຍປະເທດ.

ນະຄອນໂຮ່ຈິີມິນ ປາດຖະໜາຢາກເປັນທ້ອງຖິ່ນປະຈັນບານໃນການຊຸກຍູ້ການຜັນຂະຫຍາຍການພົວພັນ ແລະບັນດາຂໍ້ຕົກລົງຂັ້ນສູງລະຫວ່າງລັດຖະບານ ແລະບັນດາປະເທດຕ່າງໆ: “ງານບຸນຄືດັ່ງກ່າວ ຈະປະກອບສ່ວນສ້າງກາລະໂອກາດພົບປະແລກປ່ຽນດ້ານເສດຖະກິດ, ການຮ່ວມມືດ້ານການຄ້າ, ການລົງທຶນ ແລະພິເສດແມ່ນການທ່ອງທ່ຽວ. ບັນດາການເຄື່ອນໄຫວຄືດັ່ງກ່າວກໍ່ແມ່ນໂອກາດເພື່ອໃຫ້ພຽງແຕ່ຊາວທ້ອງຖິ່ນເທົ່ານັ້ນ ຫາກໃຫ້ນັກທ່ອງທ່ຽວມີໂອກາດຄົ້ນຫາຄວາມງາມດ້ານວັດທະນະທຳຂອງຫວຽດນາມ ແລະປະເທດຕ່າງໆອີກດ້ວຍ.”

ໂດຍ: ທະນາພອນ