ຕາມກະຕິກາ, ຜູ້ທີ່ຖືກຄັດເລືອກເຂົ້າຮ່ວມແຂ່ງຂັນຕ້ອງແບ່ງອອກເປັນ 4 ທີມ ເພື່ອເຂົ້າຮ່ວມ 4 ພາກຄື: ດັງໄຟ, ແລ່ນ, ຕຳເຂົ້າ, ຈ້າວເຂົ້າ. ຈຸດປະສົງຂອງງານບຸນແມ່ນເພື່ອແນໃສ່ລະນຶກເຖິງຄຸນງາມຄວາມດີຂອງນາຍພົນ ຟານໄຕຍາກ ໃນສະໄໝເຈົ້າຊີວິດຮຸ່ງ ອົງທີ 18.

leftcenterrightdel
ງານແຂ່ງຂັນຈ້າວເຂົ້າບ້ານທິເກິ໊ມ ໄດ້ດຳເນີນໄປຢ່າງຈັບອົກຈັບໃຈ. ພາບ: ກວາງທ໊າຍ

ຢູ່ແມ່ນ້ຳ ດິງ, ເທດສະບານນິງຮວ່າ, ແຂວງແຄ໊ງຮວ່າ, ກໍ່ໄດ້ໄຂງານບຸນເຮືອດອກໄມ້ ແລະແຂ່ງຂັນຊ່ວງເຮືອ ໃນລະດູບານໃໝ່ ປີມະໂລງ 2024. ຈຸດພົ້ນເດັ່ນຂອງງານບຸນແມ່ນ ມີເຮືອ 28 ລຳ ທີ່ເຕັມໄປດ້ວຍດອກໄມ້ຫຼາກຫຼາຍສີສັນ ແຫ່ເປັນຂະບວນຢູ່ແມ່ນ້ຳ. ການແຂ່ງຂັນຊ່ວງເຮືອພື້ນເມືອງ ມີສິພາຍເຂົ້າຮ່ວມ 100 ກວ່າຄົນທີ່ມາຈາກທີມຕ່າງໆຂອງບ້ານ, ຕາແສງ ເຊິ່ງໄດ້ດຳເນີນໄປຢ່າງເປັນຂະບວນຟົດຟື້ນມ່ວນຊື່ນ ແລະຈັບອົກຈັບໃຈ.

ຢູ່ສະໜາມກິລາຕາແສງ ຟອງຟູ, ເມືອງເຕິນລາກ, ແຂວງ ຮວ່າບິ່ງ, ໄດ້ໄຂງານບຸນເອົາຕົ້ນໄຊຍະພຶກລົງຂຸມຂອງຊາວເຜົ່າເມືອງປີ 2024. ງານບຸນມີກິດຈະກຳເຄື່ອນໄຫວຫຼາຍຢ່າງຄື: ພິທີບູຊາເຈົ້າຖິ່ນເຈົ້າຖານ, ບູຊາຜີຫຼັກບ້ານຫຼັກເມືອງ, ລາຍການສະແດງສິລະປະດ້ວຍການສະແດງຕີຄ້ອງເມືອງ ຂອງສິລະປະກອນ 500 ກວ່າຄົນ, ການສະແດງຊຸດອາພອນຂອງຊົນເຜົ່າ ເມືອງ, ການຕັ້ງຄ້າຍວາງສະແດງເຄື່ອງວັດທະນະທໍາ, ອາຫານການກິນ ແລະການແຂ່ງຂັນກິລາຊົນເຜົ່າຕ່າງໆ...

ຢູ່ເທດສະບານກິງມົນ (ແຂວງ ຫາຍເຢືອງ), ພິທີໄຂງານບຸນລະດູບານໃໝ່ປີມະໂລງ 2024 ໄດ້ດຳເນີນຢູ່ວິຫານ ກາວອານຟຸ (ຕາແສງອານຊີງ). ວິຫານຕັ້ງຢູ່ກຸ່ມປູສະນີຍະສະຖານແຫ່ງຊາດພິເສດ ອານຟຸ-ກິ໊ງຈູ໋-ເຍິ໊ມເຢືອງ. ໃນມື້ໄຂງານບຸນ, ນອກຈາກພາກສ່ວນພິທີກຳທີ່ເຄັ່ງຂຶມແລ້ວ, ເທດສະບານກິງມົນ ຍັງຈັດຕັ້ງງານບຸນດ້ວຍການເຄື່ອນໄຫວຕ່າງໆຄື: ການແຂ່ງຂັນດຶງເຊືອກຊາຍ-ຍິງ, ປິດຕາຈັບແບ້, ຕີໝາກຮຸກ...

ໂດຍ: ທະນາພອນ