ເນື່ອງໃນໂອກາດນີ້, ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງ 300 ກວ່າກິດຈະກຳເຄື່ອນໄຫວ ເຊິ່ງລວມມີການເຄື່ອນໄຫວພົົບປະແລກປ່ຽນ, ແນະນຳປຶ້ມ, ປຶ້ມບູຮານ, ປຶ້ມສຽງ, ທັກສະເພື່ອສ້າງຄວາມຊິນເຄີຍໃນການອ່ານປຶ້ມ... ຢູ່ນະຄອນ ຖຸດຶກ ແລະ 21 ເມືອງອື່ນໆ ໂດຍມີການເຂົ້າຮ່ວມຂອງສຳນັກພິມຈຳໜ່າຍ ແລະ ຫົວໜ່ວຍຈຳໜ່າຍປຶ້ມ 30 ກວ່າແຫ່ງ ດ້ວຍຮ້ານວາງສະແດງປຶ້ມ 40 ກວ່າຮ້ານ ໄດ້ແນະນໍາປຶ້ມປະເພດຕ່າງໆເກືອບ 50.000 ຫົວ. ຢູ່ຖະໜົນປຶ້ມ ນະຄອນໂຮ່ຈິີມິນ ແລະ ເຂດເສັ້ນທາງທີ່ຢູ່ຕໍ່ໜ້າສຳນັກງານໄປສະນີນະຄອນໂຮ່ຈີມິນ, ຄະນະຈັດຕັ້ງ ໄດ້ວາງສະແດງປຶ້ມທີ່ຍາດໄດ້ລາງວັນປຶ້ມແຫ່ງຊາດປີ 2023, ເອກະສານ, ສື່ສິ່ງພິມສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2024),  70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7-5-1954 / 7-5-2024)...

leftcenterrightdel
ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງປຶ້ມ ຂອງສຳນັກພິມຈຳໜ່າຍກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ທີ່ພິທີເປີດ, ຄະນະຈັດຕັ້ງ ໄດ້ປະກາດທູດວັດທະນະທຳການອ່ານ 10 ທ່ານ ໃນອາຍຸການ 2024-2025. ນີ້ແມ່ນບຸກຄົນທີ່ຕາງໜ້າໃຫ້ຫຼາຍຂົງເຂດຄື: ຈັດພິມຈຳໜ່າຍ, ສື່ມວນຊົນ, ເສດຖະກິດ, ວັດທະນະທຳສິລະປະ, ນັກຮຽນ, ນັກສຶກສາ... ຢາກແຜ່ຂະຫຍາຍຈິດໃຈມັກຮຽນ, ມັກອ່ານ, ໂຄສະນາເຜີຍແຜ່ຄຸນຄ່າຂອງປຶ້ມ.

ຕາມທ່ານ ເລິມດິ່ງຖັງ, ຫົວໜ້າພະແນກຖະແຫຼງຂ່າວ ແລະສື່ສານນະຄອນໂຮ່ຈີມິນ, ຫົວໜ້າຄະນະຈັດຕັ້ງວັນປື້ມ ແລະວັດທະນະທຳການອ່ານຫວຽດນາມ ຢູ່ນະຄອນໂຮ່ຈີມິນ ແລ້ວ, ນີ້ແມ່ນເຫດການວັດທະນະທຳທີ່ສຳຄັນ ແນໃສ່ເຊີດຊູຄຸນຄ່າຂອງປຶ້ມ, ຍົກສູງຄວາມຮັບຜິດຊອບຂອງທຸກຂັ້ນ, ທຸກຂະແໜງການໃນການສ້າງ ແລະ ພັດທະນາວັດທະນະທຳການອ່ານ.

ໂດຍ: ທູຈາງ