leftcenterrightdel
ປະຊາຊົນດ້ຽນບຽນ ເຂົ້າຮ່ວມງານວາງສະແດງດ້ວຍຄວາມເບີກບານມ່ວນຊື່ນ. ພາບ: vov.vn

ນີ້ແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳ, ທ່ອງທ່ຽວນອນໃນຂອບເຂດປີທ່ອງທ່ຽວແຫ່ງຊາດ-ດ້ຽນບຽນປີ 2024, ມຸ່ງໄປເຖິງການສະເຫຼີມສະຫຼອງໄຊຊະນະດ້ຽນບຽນຝູ ຄົບຮອບ 70 ປີ (7-5-1954 / 7-5-2024). ງານວາງສະແດງ “ການທ່ອງທ່ຽວຜ່ານບັນດາເຂດມໍລະດົກວັດທະນະທໍາ ແລະທັດສະນີຍະພາບຫວຽດນາມ” ໄດ້ວາງສະແດງພາບຖ່າຍ 300 ແຜ່ນທີ່ສະແດງໃຫ້ເຫັນຄຸນຄ່າອັນພົ້ນເດັ່ນຂອງບັນດາມໍລະດົກ ເຊິ່ງໄດ້ຮັບການຮັບຮອງຈາກອົງການ UNESCO, ຮ່ອງຮອຍປະຫວັດສາດ, ທັດສະນີຍະພາບທີ່ມີຊື່ສຽງ ແລະການດໍາເນີນຊີວິດດ້ານວັດທະນະທຳທີ່ເປັນເອກະລັກຂອງພໍ່ແມ່ປະຊາຊົນບັນດາເຜົ່າຫວຽດນາມ.

ຢູ່ເຂດວາງສະແດງຂອງບັນດາແຂວງ, ນະຄອນໄດ້ສຸມໃສ່ແນະນຳບັນດາມໍລະດົກວັດທະນະທໍາ, ທຳມະຊາດ, ທັດສະນີຍະພາບທີ່ພົ້ນເດັ່ນຂອງແຕ່ລະທ້ອງຖິ່ນ, ສະຖານທີ່ທີ່ແຂກທ່ອງທ່ຽວນິຍົມ; ແນະນຳຈຸດທີ່ເປັນເອກະລັກສະເພາະກ່ຽວກັບການເຄື່ອນໄຫວວົງຄະນະຍາດ; ໂຄສະນາຄວາມສາມາດບົ່ມຊ້ອນການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວແບບຍືນຍົງຢູ່ທ້ອງຖິ່ນ, ຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອ, ສິລະປະດ້ານອາຫານການກິນ, ຜະລິດຕະພັນອັນພົ້ນເດັ່ນຂອງທ້ອງຖິ່ນ.

ງານວາງສະແດງ “ການທ່ອງທ່ຽວຜ່ານບັນດາເຂດມໍລະດົກ ແລະທັດສະນີຍະພາບຫວຽດນາມ” ໄດ້ດຳເນີນຮອດວັນທີ 25 ເມສາ ຈຶ່ງຈະອັດລົງ.

ໂດຍ: ກວ໊ຽດເຕິມ