ງານວາງສະແດງໄດ້ແນະນໍາຮູບພາບ 100 ແຜ່ນທີ່ໄດ້ຮັບລາງວັນຈາກງານປະກວດຮູບພາບສິລະປະລະດັບຊາດດ້ວຍຫົວຂໍ້ “ປະເທດແຄມຝັ່ງທະເລ” ໂດຍສະມາຄົມນັກຖ່າຍຮູບຫວຽດນາມ ແລະບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງເພື່ອແນະນຳ, ໂຄສະນະຄວາມສາມາດບົ່ມຊ້ອນ, ຄວາມງາມຂອງທະເລ, ໝູ່ເກາະຫວຽດນາມ, ຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ຄວາມສະໜິດຕິດພັນຂອງຊາວຫວຽດນາມ ກັບທະເລ, ໝູ່ເກາະ, ກ່ຽວກັບຄວາມສາມາດບົ່ມຊ້ອນ, ຄວາມສວຍງາມຂອງທຳມະຊາດ ແລະປະຊາຊົນເຂດທະເລ, ໝູ່ເກາະຫວຽດນາມ ເຖິງປະຊາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ເວົ້າສະເພາະ ແລະມະຫາຊົນຜູ້ນິຍົມສິລະປະຢູ່ລາວ ເວົ້າລວມ.

leftcenterrightdel
ນັກທ່ອງທ່ຽວຢ້ຽມຊົມງານວາງສະແດງຮູບພາບສິລະປະ “ປະເທດແຄມຝັ່ງທະເລ” ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ງານວາງສະແດງ, ຜູ້ຊົມຍັງໄດ້ເຫັນຄວາມສາມາດບົ່ມຊ້ອນ, ຄວາມງາມທຳມະຊາດຂອງບັນດາຫາດຊາຍທະເລ, ບຶງບວກ, ຊີວິດທີ່ກົມກຽວ, ດ້ວຍນ້ຳໃຈກຸສົນແຕ່ອົງອາດກ້າແກ່ນຂອງຊາວຫວຽດນາມ ນັບລ້ານຄົນໃນເຂດທະເລ, ໝູ່ເກາະຂອງຫວຽດນາມ.

ຄະນະຈັດຕັ້ງ ຫວັງວ່າ, ບັນດາຮູບພາບທີ່ງານວາງສະແດງ “ປະເທດແຄມຝັ່ງທະເລ” ຄັ້ງນີ້ ຈະສ້າງຄວາມປະທັບໃຈຢ່າງແຮງ, ຄວາມຮູ້ສຶກທີຕັ້້ງໜ້າກ່ຽວກັບຄວາມຮັກແພງຕໍ່ທະເລ, ໝູ່ເກາະຫວຽດນາມ ໃນປະຊາຄົມຊາວຫວຽດນາມ ຢູ່ລາວ ເວົ້າສະເພາະ ແລະປະຊາຊົນລາວ ເວົ້າລວມ. ງານວາງສະແດງຈະເປີດໄປຮອດວັນທີ 15 ພຶດສະພາ 2024.

ໂດຍ: ເຈິ່ນຮວ່ຽນ