leftcenterrightdel
ງານ​ບຸນ​ລົງ​ທົ່ງ​ນາ​ດ້ອຍ​ເຊີນ 2024. ພາບ: vov.vn

ງານບຸນລົງທົ່ງນາດ້ອຍເຊີນ 2024 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກຸມພາ ຢູ່ເມືອງຕຽນເຊີນ, ເທດສະບານຕາແສງຢຸຍຕຽນ, ແຂວງຮ່ານາມ. ນີ້ແມ່ນງານບຸນປະເພນີໄດ້ຈັດຂຶ້ນເປັນປະຈຳປີ ເພື່ອແນໃສ່ປຸກລຸກອາລົມຈິດຄວາມຮັກແພງ ສະໜິດຕິດພັນ, ນ້ຳໃຈຮັກມັກການອອກແຮງງານຂອງປະຊາຊົນຕໍ່ ກັບເຂດດິນແດນຂອງບ້ານເກີດເມືອງນອນ, ສຶກສາມູນເຊື້ອວັດທະນະທຳຂອງຊາດໃຫ້ແກ່ລຸ້ນໜຸ່ມ.

ນອກຈາກພິທີໄດ້ຈັດຂຶ້ນຢ່າງສົມກຽດ, ໃນງານບຸນລົງທົ່ງນາດ້ອຍເຊີນ ຍັງໄດ້ຈັດບັນດາການເຄື່ອນໄຫວຄື: ແຂ່ງຂັນບານສົ່ງ, ຫຼີ້ນໝາກຮຸກ, ບັນດາການລະຫຼີ້ນພື້ນເມືອງ ພ້ອມກັບການແຂ່ງຂັນແຕ້ມຮູບ, ເຮັດເຂົ້າໜົມໄຢ ແລະ ບັນດາການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ງານວາງສະແດງຜະລິດຕະພັນກະເສດຂອງທ້ອງຖິ່ນອີກດ້ວຍ…

ແຫຼ່ງຄັດຈາກ: vovworld.vn