ນັກກະວີ ຮືວທິ໊ງ ອະດີດປະທານສະຫະພັນບັນດາສະມາຄົມວັນນະຄະດີສິລະປະຫວຽດນາມ, ອະດີດປະທານສະມາຄົມນັກປະພັນຫວຽດນາມ ໄດ້ມີການໂອ້ລົມກັບນັກຂ່າວໜັງສືພິມກອງທັບປະຊາຊົນລາຍອາທິດກ່ຽວກັບບັນຫານີ້.

ນັກຂ່າວ: ຂໍຮຽນທ່ານ, ທ່ານໄດ້ພັກບຳນານພາຍຫຼັງ 20 ປີທີ່ເປັນທານສະມາຄົມນັກປະພັນຫວຽດນາມ, ທ່ານເຄີຍແບ່ງປັນກັບໜັງສືພິມກອງທັບປະຊາຊົນລາຍອາທິດວ່າ: “ຂ້າພະເຈົ້າຈະຂຽນກະວີຕະຫຼອດໄປ.” ປະຈຸບັນມີອາຍຸກວ່າ 80 ປີແລ້ວ, ທ່ານຍັງຂຽນປຶ້ມ ແລະແຕ່ງກະວີ. ແມ່ນບໍວ່າ ນັກກະວີບໍ່ມີອາຍຸ "ພັກບໍານານ" ເນາະ?

 

leftcenterrightdel
ນັກກະວີ ຮືວທິ໊ງ. ພາບ: ທູຮວ່າ

ນັກກະວີ ຮືວທິ໊ງ: ການຂຽນບົດວັນນະຄະດີ, ແຕ່ງກະວີສຳລັບຂ້າພະເຈົ້າ ແມ່ນອາຊີບ, ກໍ່ເປັນພົມລິຂີດ, ກ່ອນອື່ນໝົດແມ່ນຄວາມເມົາມົວ, ຄວາມຄາດຫວັງ ແລະຄວາມຜາສຸກ! ສະນັ້ນ ບໍ່ວ່າໃນສະພາບຫຍຸ້ງຍາກ ຫຼື ສະດວກ, ຂ້າພະເຈົ້າ ກໍ່ຄືບັນດານັກປະພັນອື່ນໆ ບໍ່ປະຖິ້ມປາກກາຂອງຕົນໄດ້.  ຖືການປະດິດແຕ່ງແມ່ນຄວາມສຸກ ແລະຜ່ານການປະດິດແຕ່ງນັກປະພັນສະແດງອາລົມຈິດ ແລະຄວາມຮັບຜິດຊອບຂອງຕົນຕໍ່ສັງຄົມ ແລະປະເທດຊາດ.

ນັກຂ່າວ: ພວກເຮົາກຳລັງເວົ້າຫຼາຍເຖິງຄວາມຮັບຜິດຊອບ ແລະບົດບາດຂອງວັນນະຄະດີສິລະປະ ໃນການປະກອບສ່ວນສ້າງມະນຸດໃຫ້ພັດທະນາຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດໃນໄລຍະໃໝ່. ວັນນະຄະດີໄດ້ ແລະພວມປະກອບສ່ວນ ຄືແນວໃດ, ຮຽນທ່ານ?

ນັກກະວີ ຮືວທິ໊ງ: ລຸງໂຮ່ ໄດ້ກ່າວວ່າ, “ວັດທະນະທຳສິລະປະ ກໍ່ແມ່ນແນວຮົບ. ອ້າຍເອື້ອຍນ້ອງ ແມ່ນນັກຮົບໃນແນວຮົບນັ້ນ”. ຄຳວ່າ "ນັກຮົບ" ຄວນເຂົ້າໃຈຄືແນວໃດ? ນັ້ນແມ່ນເມື່ອເປັນນັກປະພັນ ແລະນັກສິລະປີນ ນຳໃຊ້ຄວາມສາມາດເກັ່ງກ້າຂອງຕົນເພື່ອຮັບໃຊ້ການຕໍ່ຕ້ານ, ຮັບໃຊ້ພາລະກິດປົດປ່ອຍຊາດ; ພ້ອມກັນນັ້ນ, ເປັນນັກຮົບໝາຍຄວາມວ່າຕ້ອງຢືນຢູ່ດ້ານໜ້າໃນການຕໍ່ສູ້ ເພື່ອສ່ອງແສງບັນດາແບບຢ່າງວິລະຊົນ, ຈິດໃຈກ້າຫານ ແລະເຈດຈຳນົງບໍ່ຍອມຈຳນົນຂອງຊາດ. ຜ່ານນັ້ນ, ວັນນະຄະດີສິລະປະ ໄດ້ເສີມກຳລັງແຮງໃຫ້ມະນຸດ, ແຜ່ຂະຫຍາຍກໍາລັງແຮງຂອງຈິດໃຈຮັກຊາດ, ເຮັດໃຫ້ຊີວິດທາງດ້ານຈິດໃຈຂອງປະຊາຊົນພັດທະນາເທົ່າທຽມກັບພາລະກໍາປະຫວັດສາດ, ເຊື່ອໝັ້ນຢ່າງແນ່ວແນ່ຕໍ່ໄຊຊະນະສຸດທ້າຍຂອງປະເທດຊາດ.

ຮ່ວມເດີນທາງພ້ອມກັບປະເທດຊາດໃນໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດ, ວັນນະຄະດີໄດ້ເຂົ້າຮ່ວມພາລະກິດປ່ຽນແປງໃໝ່, ສ້າງສາປະເທດຊາດ ແລະສ້າງມະນຸດ.

ນອກຈາກນັ້ນ, ນັກປະພັນຍັງໃກ້ຊິດຕິດແທດກັບໜ້າທີ່ປົກປັກຮັກສາປະເທດຊາດ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກໃນປະຈຸບັນແມ່ນການສຶກສາອົບຮົມນ້ຳໃຈຮັກຊາດ ແລະຄວາມຮັບຜິດຊອບຂອງພົນລະເມືອງແຕ່ລະຄົນຕໍ່ປະເທດຊາດ.

ນັກຂ່າວ: ຂໍຮຽນທ່ານ, ຫວ່າງບໍ່ດົນມານີ້ ທ່ານເຄີຍເວົ້າກ່ຽວກັບເລື່ອງຍົກສູງຄຸນນະພາບວັນນະຄະດີສິລະປະ, ລາຍລະອຽດແມ່ນຄືແນວໃດ?

ນັກກະວີ ຮືວທິ໊ງ: ນອກຈາກບັນດາຜົນງານທີ່ບັນລຸໄດ້ແລ້ວ, ວັນນະຄະດີ ສິລະປະເວົ້າລວມ ແລະວັນນະຄະດີ ເວົ້າສະເພາະຍັງຂາດບັນດາບົດປະພັນກ່ຽວກັບບັນຫາທີ່ປະຊາຊົນພວມສົນໃຈ, ຄວາມເຂົ້າໃຈກ່ຽວກັບພຶດຕິກໍາຕົວຈິງແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງນັກປະພັນ ຍັງໜ້ອຍຢູ່; ຄວາມສາມາດຄົ້ນພົບສິ່ງທີ່ໃໝ່ອ່ຽມ,  ປະດິດສ້າງ, ຄວາມເປັນເອກະລັກສະເພາະຂອງສັງຄົມປະຈຸບັນ. ອີກຢ່າງໜຶ່ງແມ່ນ, ຍັງບໍ່ທັນສ້າງ ຮູບປະພັນທີ່ເປັນເອກະລັກສະເພາະໃນໄລຍະປ່ຽນແປງໃໝ່ໄດ້...

ອີກຢ່າງໜຶ່ງແມ່ນ ຂີດໝາຍສ່ວນຕົວ ແລະບຸກຄະລິກກະພາບໃນການປະດິດສ້າງຂອງນັກຂຽນຍັງບໍ່ທັນຈະແຈ້ງ, ແຕ່ຄວາມຮຽກຮ້ອງຂອງຜູ້ອ່ານແມ່ນ ຕ້ອງເຫັນຂີດໝາຍ, ຈິດວິນຍານຂອງນັກຂຽນຜ່ານບົດປະພັນ.

ຂ້າພະເຈົ້າຫວັງວ່າ ນັກປະພັນພວກເຮົາສືບຕໍ່ຊອກຮູ້ຄວາມຮຽດຮ້ອງຕ້ອງການທີ່ຫຼາຍຮູບຫຼາຍແບບ, ອຸດົມສົມບູນຂອງຜູ້ອ່ານໃນປະຈຸບັນ.

ນັກຂ່າວ: ໂດຍແມ່ນຜູ້ເຄີຍຜ່ານສົງຄາມ, ຕິດພັນກັບວັນນະຄະດີ ແລະສຸດອົກສຸດໃຈຕໍ່ວຽກງານຂອງສະມາຄົມມາຫຼາຍປີແລ້ວ, ທ່ານຈະຕັກເຕືອນຫຍັງແດ່ຕໍ່ນັກປະພັນລຸ້ນປະຈຸບັນ, ໂດຍສະເພາະແມ່ນນັກປະພັນໃນກອງທັບ?

ນັກກະວີ ຮືວທິ໊ງ: ບັນດານັກປະພັນກອງທັບ, ໂດຍສະເພາະແມ່ນຜູ້ເຄີຍຜ່ານສົງຄາມ, ຄວນມານະພະຍາຍາມສຸມໃສ່ຂຽນບົດທີ່ມີຄຸນຄ່າສະຫຼຸບພາລະກິດວັນນະຄະດີ. ຂ້າພະເຈົ້າເຫັນວ່າ ຫຼາຍຄົນພວມເຮັດຄືດັ່ງກ່າວ. ສ່ວນນັກປະພັນໜຸ່ມກວ່າຄວນເອົາໃຈໃສ່ເຖິງ ຫົວຂໍ້ຍຸກປະຈຸບັນ ເພື່ອໃຫ້ພື້ນຖານວັນນະຄະດີຂອງພວກເຮົາຜັນຂະຫຍາຍຢ່າງຮອບດ້ານ, ຄົບຊຸດ, ຮ່ວມເດີນທາງພ້ອມກັບປະເທດຊາດ.

ໂດຍແມ່ນຜູ້ທີ່ເຄີຍຜ່ານສົງຄາມ, ຂ້າພະເຈົ້າໄດ້ອ່ານ ແລະນິຍົມ, ຕີລາຄາສູງ ແລະຝາກຄວາມຫວັງຕໍ່ກໍາລັງໜຸ່ມໃນກອງທັບ. ເກີດພາຍຫຼັງສົງຄາມແຕ່ເຂົາເຈົ້າໄດ້ກາຍເປັນຖັນແຖວທີ່ມີກຳລັງວັງຊາ ແລະມີແງ່ຫວັງ. ນັ້ນແມ່ນຖັນແຖວສືບທອດທີ່ລໍ້າຄ່າຂອງວັນນະຄະດີຫວຽດນາມ. ນອກຈາກໜ້າທີ່ຂຽນກ່ຽວກັບທະຫານ, ສົງຄາມປະຕິວັດ, ຂ້າພະເຈົ້າຫວັງວ່າບັນດານັກປະພັນກອງທັບໜຸ່ມ ຈະເຂົ້າຮ່ວມຢ່າງຕັ້ງໜ້າໃນພາລະກິດປ່ຽນໃໝ່ປະເທດຊາດ. ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃຫມ່, ພວກເຮົາບັນລຸໄດ້ຜົນງານຫຼາຍຢ່າງ ເຮັດໃຫ້ໂສມໜ້າຂອງປະເທດ ແລະປະຊາຊົນມີການປ່ຽນແປງ. ວັນນະຄະດີຕ້ອງໃກ້ຊິດຕິດແທດກັບສະພາບຕົວຈິງນີ້, ເພື່ອນຳເອົາພຶດຕິກໍາຕົວຈິງຂອງການດຳລົງຊີວິດເຂົ້າໃນບົດປະພັນ.

ນີ້ແມ່ນໜ້າທີ່ຫຍຸ້ງຍາກທີ່ສຸດ, ຮຽກຮ້ອງວ່າ ກ່ອນອື່ນໝົດຕ້ອງມີພອນສະຫວັນ, ບຳລຸງສ້າງຄວາມເກັ່ງກ້າສາມາດ ແລະສຸດຈິດສຸດໃຈ, ພິເສດເມື່ອລະດັບຄວາມຮູ້ຂອງປະຊາຊົນ ແລະຄວາມຮຽກຮ້ອງຕ້ອງການຂອງຜູ້ອ່ານນັບມື້ນັບສູງຂຶ້ນ, ນັກປະພັນກໍ່ຕ້ອງຍົກລະດັບຂອງຕົນໃຫ້ສູງຂຶ້ນ.     

ນັກຂ່າວ: ຕາມທ່ານແລ້ວ, ຄຽງຂ້າງຄວາມມານະພະຍາຍາມຂອງນັກປະພັນ, ພວກເຮົາຕ້ອງຫັນບັນດາກົນໄກ ແລະນະໂຍບາຍເປັນລະອຽດ ຄືແນວໃດ ເພື່ອເສີມຂະຫຍາຍບົດບາດຂອງວັນນະຄະດີສິລະປະ ໃນການຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງ?

ນັກກະວີ ຮືວທິ໊ງ: ບົດປະພັນມ່ວນທຳອິດແມ່ນຂຶ້ນກັບນັກປະພັນ. ແຕ່ນັກປະພັນດ້ວຍຄວາມຮັກແພງ, ຄວາມເມົາມົວ ແລະຄວາມຮັບຜິດຊອບຕໍ່ສັງຄົມ ຮ່ວມເດີນທາງພ້ອມກັບປະເທດ, ຢາກມີບົດມ່ວນກໍ່ຕ້ອງມີຄວາມເອົາໃສ່ລົງທຶນຢ່າງເໝາະສົມ.

ພັກເຮົາໄດ້ມີມະຕິຫຼາຍສະບັບທີ່ເອົາໃຈໃສ່ເຖິງວັດທະນະທຳ, ວັນນະຄະດີສິລະປະ, ເຊັ່ນ: ມະຕິສະບັບເລກທີ 05-NQ/TW ຂອງກົມການເມືອງ (ຊຸດທີ VI) ວ່າດ້ວຍ “ການປ່ຽນແປງໃໝ່ ແລະຍົກສູງລະດັບການນຳພາ ແລະຄຸ້ມຄອງວັດນະຄະດີສິລະປະ ແລະວັດທະນະທໍາ, ເສີມຂະຫຍາຍຄວາມສາມາດໃນການປະດິດສ້າງ, ນຳວັນນະຄະດີສິລະປະ ແລະວັດທະນະທຳ ພັດທະນາຂຶ້ນສູ່ບາດກ້າວໃໝ່”; ມະຕິສະບັບ ເລກທີ 23-NQ/TW ຂອງກົມການເມືອງ (ຊຸດທີ X) ວ່າດ້ວຍ “ສືບຕໍ່ກໍ່ສ້າງ ແລະພັດທະນາວັນນະຄະດີສິລະປະໃນໄລຍະໃໝ່”; ມະຕິສະບັບເລກທີ 33-NQ/TW ຂອງຄະນະບໍລິຫານງານສູນກາງພັກ (ຊຸດທີ XI) ວ່າດ້ວຍ “ກໍ່ສ້າງ ແລະພັດທະນາວັດທະນະທຳ ແລະປະຊາຊົນຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດແບບຍືນຍົງ”; ບັນດາບົດສະຫຼຸບ; ກອງປະຊຸມວັດທະນະທໍາທົ່ວປະເທດ... ເຖິງຢ່າງໃດກໍ່ຕາມ, ບັນດາມະຕິເຂົ້າສູ່ຊີວິດຍັງຊັກຊ້າຢູ່, ຍັງບໍ່ທັນຫັນເປັນລະບອບລະບຽບການ, ການລົງທຶນບໍ່ສົມກັບລະດັບ ແລະຍັງບໍ່ມີມີນະໂຍບາຍຊີ້ຂາດທີ່ມີລັກສະລະບຸກທະລຸຢູ່.

ດັ່ງນັ້ນ, ໜຶ່ງໃນບັນດາມາດຕະການ ເພື່ອມີບົດປະພັນມ່ວນ, ຕົວຢ່າງຄືໃນຂົງເຂດວັນນະຄະດີ, ນັ້ນແມ່ນ ລັດ ຕ້ອງສັ່ງບົດເພື່ອໃຫ້ມີບົດປະພັນຍາວ, ສົ່ງເສີມນັກປະພັນປະກິດແຕ່ງ. ຄຽງຂ້າງນັ້ນ, ກໍ່ຕ້ອງເອົາໃຈໃສ່ລົງທຶນ ເພື່ອໃຫ້ຖັນແຖວນັກປະພັນ, ນັກປະດິດແຕ່ງສາມາດດຳລົງຊີວິດດ້ວຍການຂຽນ. ເຮັດໄດ້ຄືແນວນັ້ນ, ວັນນະຄະດີສິລະປະ ຈຶ່ງສາມາດເສີມຂະຫຍາຍບົດບາດຂອງຕົນເປັນຢ່າງດີ, ຮ່ວມເດີນທາງພ້ອມກັບປະເທດຊາດ ພັດທະນາວັດຖະນາຖາວອນ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ຫງວຽນກຸກ