ການເຄື່ອນໄຫວວັດທະນະທໍາທີ່ເປັນມູນເຊື້ອໃນ “ຕະຫຼາດນັດ - ຕ້ອນຮັບປີໃໝ່ 2024”
ກປ.ອອນໄລ - ລາຍການ “ຕະຫຼາດນັດ - ຕ້ອນຮັບປີໃໝ່ 2024” ໂດຍຄະນະຄຸ້ມຄອງໝູ່ບ້ານວັດທະນະທຳ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ) ຈັດຕັ້ງແຕ່ວັນທີ 30 ທັນວາ 2023 ຫາວັນທີ 1 ມັງກອນ 2024 ຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ.
    |
 |
ການເຄື່ອນໄຫວຂອງພໍ່ແມ່ປະຊາຊົນ ຢູ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ. ພາບ: ຄະນະຈັດຕັ້ງ |
ຜ່ານລາຍການ, ຄະນະຈັດຕັ້ງ ໄດ້ແນະນຳວັດທະນະທຳທີ່ດີງາມຕົ້ນລະດູບານໃໝ່ ດ້ວຍພິທີ, ງານບຸນ, ຮີດຄອງປະເພນີຂອງຊາດ. ຜ່ານນັ້ນ, ນັກທ່ອງທ່ຽວສາມາດມີຄວາມເຂົ້າໃຈຕື່ມ ກ່ຽວກັບວັດທະນະທຳທີ່ເປັນມູນເຊື້ອ ແລະສີສັນສະເພາະຂອງບັນດາເຜົ່າ; ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍ ແລະໂຄສະນາເຜີຍແຜ່ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ເພີ່ມທະວີການພົບປະແລກປ່ຽນ, ນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນ, ການໜູນຊ່ວຍເພື່ອພ້ອມກັນພັດທະນາໃນໂອກາດປີໃໝ່ 2024.
ລາຍການມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນກວ່າ 100 ຄົນ ທີ່ມາຈາກ 16 ຊົນເຜົ່າ. ກິດຈະກໍາພົ້ນເດັ່ນແມ່ນເຫດການ "ຕະຫຼາດນັດ-ຕ້ອນຮັບປີໃໝ່ 2024" ໄດ້ວາດພາບເຖິງວັດທະນະທໍາ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງບັນດາເຜົ່າຢູ່ເຂດພູສູງ ພ້ອມກັນພົບປະ, ຫວນຄືນປີທີ່ຜ່ານມາ ແລະຮ່ວມເບີກບານມ່ວນຊື່ນຕ້ອນຮັບປີໃໝ່ 2024 ດ້ວຍຫົວຂໍ້ວ່າ “ຕະຫຼາດນັດຢູ່ເຂດພູສູງ ໃນບຸນເຕັດ”. ຕະຫຼາດນັດແມ່ນການສົມທົບກັນລະຫວ່າງຕະຫຼາດນັດ, ການລະຫຼິ້ນບັນເທິງ ແລະການເຄື່ອນໄຫວສະແດງສິລະປະພື້ນເມືອງ, ສະຖານທີ່ແນະນໍາອາຫານການກິນ, ຜະລິດຕະພັນພິເສດ...
ໂດຍ: ທູຈາງ