ໃນລະຫວ່າງວັນທີ 25 – 26 ພະຈິກ, ງານແຂ່ງຂັນບຸນຊ່ວງເຮືອແຂວງ ຈ່າວີງ ເປີດກວ້າງ ຮັບຕ້ອນງານບຸນ Ok Om Bok ປີ 2023 ຂອງຊາວເຜົ່າຂະແມ ໂດຍໄດ້ຮັບການຈັດຂຶ້ນຢູ່ແມ່ນ້ຳລອງບິ່ງ, ນະຄອນ ຈ່າວີງ. ເຂົ້າຮ່ວມງານບຸນປີນີ້, ມີທີມເຮືອຊ່ວງ 9 ທີມຂອງແຂວງ ຈ່າວີງ ແລະ ທີມແຂກຖືກເຊີນຂອງເທດສະບານ ບິ່ງມິງ, ແຂວງ ຫວີງລອງ. ໝາກຜົນສຸດທ້າຍ, ທີມເຮືອຊ່ວງເມືອງ ກ່າງລອງ (ແຂວງ ຈ່າວີງ) ຍາດໄດ້ຂັນຊະນະເລີດ.

leftcenterrightdel
ການຊ່ວງເຮືອທີ່ງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ເລວັນຫັນ, ປະທານຄະນະກຳມະການປະຊາຊົນ ແຂວງ ຈ່າວີງ, ໃຫ້ຮູ້ວ່າ: “ການແຂ່ງຂັນຊ່ວງເຮືອປີນີ້ ມີທີມຈາກແຂວງອື່ນມາເຂົ້າຮ່ວມເພື່ອຮັບຕ້ອນງານບຸນ. ງານບຸນນີ້ໄດ້ປະຕິບັດບົນຈິດໃຈເຊີດຊູ, ຮັກສາສີສັນວັດທະນະທຳຂອງຊາວເຜົ່າຂະແມ”.

ເນື່ອງໃນໂອກາດນີ້, ເຂດປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດ ອາວບ່າອອມ ຍັງໄດ້ຈັດບັນດາການເຄື່ອນໄຫວວາງສະແດງ, ສິລະປະ, ກິລາ, ຮັບໃຊ້ພໍ່ແມ່ປະຊາຊົນເຜົ່າຂະແມໃນແຂວງ ແລະ ແຂກທ່ອງທ່ຽວໃນສັບປະດາວັດທະນະທຳ, ທ່ອງທ່ຽວ ແລະງານບຸນອາຫານການກິນພາກໃຕ້ ຕິດພັນກັບງານບຸນ Ok Om Bok ແຂວງ ຈ່າວີງ ປີ 2023 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 21 – 27 ພະຈິກ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ