leftcenterrightdel
ໄຂວັນບຸນມໍລະດົກວັດທະນະທຳຫວຽດນາມ ຄັ້ງທີ IV  ປີ 2023. ພາບ: qdnd.vn

ຕອນຄໍ່າວັນທີ 22 ພະຈິກ, ຢູ່ເຂດປູຊະນີຍະສະຖານ, ມໍລະດົກວັດທະນະທຳພະລາດຊະວັງທັງລອງ-ຮ່າໂນ້ຍ, ອົງການ UNESCO ພັດທະນາວັດທະນະທຳ ແລະກິລາ (ສະຫະພັນບັນດາອົງການ UNESCO ຫວຽດນາມ) ພ້ອມກັບສູນອະນຸລັກຮັກສາມໍລະດົກທັງລອງ - ຮ່າໂນ້ຍ, ສົມທົບກັນຈັດພິທີໄຂ “ວັນບຸນມໍລະດົກວັດທະນະທຳຫວຽດນາມ ຄັ້ງທີ IV ປີ 2023”. ເຫດການດັ່ງກ່າວເພື່ອເຊີດຊູບັນດາຄຸນຄ່າມໍລະດົກວັດທະນະທຳຫວຽດນາມ, ແມ່ນໂອກາດເພື່ອໃຫ້ບັນດາຮູບແບບມໍລະດົກວັດທະນະທຳບໍ່ເປັນວັດຖຸໂດຍ UNESCO ຮັບຮອງເອົາເປັນມໍລະດົກບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ, ພ້ອມກັບບັນດາຮູບແບບມໍລະດົກວັດທະນະທຳອື່ນໆ, ໂດຍໄດ້ແນະນຳ ແລະສະແດງເຖິງມະຫາຊົນຢູ່ພາຍໃນ ແລະຕ່າງປະເທດ.

ໂດຍໄດ້ດຳເນີນໃນເວລາສອງວັນ (ຄືວັນທີ 22-23 ພະຈິກ), ເຫດການແມ່ນການເຄື່ອນໄຫວຕອບສະໜອງ “ວັນມໍລະດົກວັດທະນະທຳ ຫວຽດນາມ 2023”. ທີ່ງານບຸນ, ປະຊາຊົນນະຄອນຫຼວງ ພ້ອມກັບແຂກທ່ອງທ່ຽວພາຍໃນປະເທດ ແລະຕ່າງປະເທດ ໄດ້ຮັບຊົມບັນດາການສະແດງສິລະປະວັດທະນະທຳທີ່ເປັນເອກະລັກສະເພາະຫຼາຍປະເພດຂອງຫວຽດນາມ, ຄື: ຂັບແທນ, ຂັບວັນ, ບ່າຍຈ່ອຍ…. ແລະ ການລະຫຼິ້ນກິລາພື້ນເມືອງຂອງຫວຽດນາມ ຫຼາຍປະເພດອີກດ້ວຍ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ