ງານວາງສະແດງປຶ້ມຫົວເລື່ອງສະເພາະ “ຫວຽດນາມ ງາມທີ່ສຸດແມ່ນຊື່ຂອງເພິ່ນ”
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 133 ປີ (19-5-1890/19-5-2023) ແລະ 75 ປີແຫ່ງວັນປະທານໂຮ່ຈີມິນ ອອກຄໍາຮຽກຮ້ອງແຂ່ງຂັນຮັກຊາດ (11-6-1948 / 11-6-2023), ຫໍສະໝຸດຮ່າໂນ້ຍ ຈັດຕັ້ງງານວາງສະແດງຫົວເລື່ອງສະເພາະ “ຫວຽດນາມ ງາມທີ່ສຸດແມ່ນຊື່ຂອງເພິ່ນ”.
    |
 |
ງານວາງສະແດງປຶ້ມຫົວເລື່ອງສະເພາະ “ຫວຽດນາມ ງາມທີ່ສຸດແມ່ນຊື່ຂອງເພິ່ນ”. ພາບ: anninhthudo.vn |
ງານວາງສະແດງແນະນຳເອກະສານປຶ້ມ, ໜັງສືພິມ 300 ຢ່າງ, ທີ່ໄດ້ຄັດເລືອກຕາມ 4 ເນື້ອໃນ: “ປະທານໂຮ່ຈີມິນ ກັບພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ”, “ປະທານ ໂຮ່ຈີມິນ - ແບບຢ່າງທີ່ໃສແຈ້ງກ່ຽວກັບຄຸນສົມບັດປະຕິວັດ”, “ປະທານ ໂຮ່ຈີມິນ ໃນດວງໃຈປະຊາຊົນຫວຽດນາມ ແລະເພື່ອນມິດສາກົນ, “ປະທານ ໂຮ່ຈີມິນ ກັບຂະບວນການແຂ່ງຂັນຮັກຊາດ”.
ນີ້ແມ່ນການເຄື່ອນໄຫວວັດທະນະທຳເພື່ອແນໃສ່ໂຄສະນາເຖິງປະຊາຊົນທຸກຊັ້ນວັນນະກ່ຽວກັບຊີວິດ ແລະພາລະກິດປະຕິວັດ ຂອງປະທານ ໂຮ່ຈີມິນ; ເຊີດຊູການອຸທິດສ່ວນອັນຍິ່ງໃຫຍ່ຂອງເພິ່ນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະຂອງຊາດ; ເຊີດຊູ ຄຸນຄ່າກ່ຽວກັບແນວຄິດ ແລະແບບຢ່າງຄຸນສົມບັດຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ຕົງ, ບໍ່ເຫັນແກ່ສ່ວນຕົວ, ເຫັນແກ່ສ່ວນລວມຂອງເພິ່ນ; ພ້ອມທັງສະແດງໃຫ້ເຫັນຄວາມເຄົາລົບ ແລະຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງປະຊາຊົນຫວຽດນາມ ແລະຄວາມຮັກແພງ, ເຄົາລົບນັບຖືຂອງປະຊາຊົນໃນທົ່ວໂລກ ທີ່ມີຕໍ່ປະທານ ໂຮ່ຈີມິນ.
ງານວາງສະແດງດຳເນີນຮອດວັນທີ 15 ມິຖຸນາ ຈະອັດລົງ.
ໂດຍ: ທູຈາງ