ງານວາງສະແດງຮູບພາບ “ມໍລະດົກໂລກຂອງ ຫວຽດນາມ ແລະ ລາວ”
ກປ.ອອນໄລ - ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ມອບໃຫ້ກົມວິຈິດສິນ, ຖ່າຍຮູບ ແລະວາງສະແດງ ເປັນປະທານສົມທົບກັບສູນວັດທະນະທຳຫວຽດນາມ ປະຈຳ ລາວ ແລະບັນດາອົງການ, ກົມກອງທີ່ກ່ຽວຂ້ອງຈັດຕັ້ງງານວາງສະແດງຮູບພາບ “ມໍລະດົກໂລກຂອງ ຫວຽດນາມ ແລະ ລາວ” ຢູ່ລາວ ແຕ່ວັນທີ 20 - 30 ເມສາ 2023.
ງານວາງສະແດງຄັ້ງນີ້ເພື່ອແນໃສ່ປະກອບສ່ວນເຮັດໃຫ້ການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືດ້ານສິລະປະວັດທະນະທຳລະຫວ່າງກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ຫວຽດນາມ ແລະກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ອຸດົມສົມບູນກວ່າອີກ; ປະກອບສ່ວນແນະນຳ ແລະໂຄສະນາພາບພົດຂອງປະເທດ ແລະປະຊາຊົນຫວຽດນາມ ເຖິງເພື່ອນມິດລາວ ແລະເພື່ອນມິດສາກົນຢູ່ລາວ; ປະກອບສ່ວນແນະນຳ ແລະໂຄສະນາພາບພົດມໍລະດົກໂລກຂອງລາວ ໃຫ້ແກ່ເພື່ອນມິດຫວຽດນາມ ແລະເພື່ອນມິດສາກົນຢູ່ລາວ; ...
    |
 |
ງານວາງສະແດງຮູບພາບ “ມໍລະດົກໂລກຂອງຫວຽດນາມ ແລະລາວ” ຈະຈັດຂຶ້ນຢູ່ ສປປ ລາວ, ແຕ່ວັນທີ 20 - 30 ເມສາ 2023. ພາບ: toquoc.vn |
ງານວາງສະແດງຮູບພາບ ຄາດຄະເນວ່າ ຈະດໍາເນີນແຕ່ວັນທີ 20 – 30 ເມສາ 2023 ຢູ່ສູນວັດທະນະທຳຫວຽດນາມ ປະຈໍາລາວ, ຫຼື ສະຖານທີ່ເໝາະສົມຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໂດຍສູນວັດທະນະທໍາຫວຽດນາມ ປະຈໍາລາວ ເປັນຜູ້ຕິດຕໍ່ພົວພັນ ແລະຈັດຕັ້ງ.
ຈໍານວນຮູບພາບທີ່ວາງສະແດງມີທັງໝົດ 180 ຮູບ (ໃນນັ້ນຮູບຖ່າຍທີ່ເປັນມໍລະດົກຂອງຫວຽດນາມ 160 ແຜ່ນ, ຮູບຖ່າຍມໍລະດົກລາວ ແມ່ນ 20 ແຜ່ນ).
ຄາດວ່າຈະໄດ້ເຊື້ອເຊີນຄະນະນັກສິລະປິນ ລວມມີນັກຖ່າຍຮູບຂອງຫວຽດນາມ 3 ຄົນ ໄປນໍາຄະນະຈັດຕັ້ງງານວາງສະແດງຂອງກົມວິຈິດສິນ, ຖ່າຍຮູບ ແລະວາງສະແດງຢູ່ລາວ ເພື່ອປະດິດແຕ່ງ ແລະພົບປະແລກປ່ຽນກັບນັກສິລະປິນລາວ ແຕ່ວັນທີ 20 - 30 ເມສາ 2023 ຢູ່ທ້ອງຖິ່ນທີ່ມີມໍລະດົກໂລກຂອງລາວ ຄື: ນະຄອນຫຼວງວຽງຈັນ, ເມືອງຫຼວງພະບາງ, ແຂວງຈໍາປາສັກ, ແຂວງຊຽງຂວາງ.
ໂດຍ: ທະນາພອນ